Ad

Ad

10 December 2013

ຫາລືການສະກັດກັ້ນໄພຄຸກຄາມດ້ານລະບົບໄອຊີທີ



         ໃນປັດຈຸບັນເຕັກໂນໂລຊີຂໍ້ມູນຂ່າວສານ (ໄອຊີທີ)ໄດ້ກາຍເປັນເຄື່ອງມືສຳຄັນ ເພື່ອສ້າງຄວາມສະດວກສະບາຍໃນການ ຄຸ້ມຄອງບໍລິຫານ ແລະ ຈັດການວຽກງານ ໃນທຸກຂະແໜງການທີ່ແຕກຕ່າງກັນ. ແຕ່ຂະນະດຽວກັນຍັງມີກຸ່ມຄົນບໍ່ດີຈຳນວນ ໜຶ່ງສວຍໂອກາດລັກລອບ ແລະ ທຳລາຍຂໍ້ມູນຂ່າວສານສຳຄັນຂອງຜູ້ອື່ນໂດຍການ ກະຈາຍເຊື້ອໄວຣັດຄອມພີວເຕີ, ການເຈາະ ລະບົບເນັດເວີກ, ດັດແປງ ແລະ ປອມ ແປງຂໍ້ມູນ ໂດຍຜ່ານລະບົບອິນເຕີເນັດ. ສະນັ້ນ ເພື່ອຄວບຄຸມ ແລະ ປ້ອງກັນໄພຄຸກ ຄາມດັ່ງກ່າວ ໃນວັນທີ 9-11 ທັນວານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານຮ່ວມກັບອົງການໂທລະຄົມ ໂລກ (ITU) ຈັດຝຶກອົບຮົມກ່ຽວກັບວຽກງານສະກັດກັ້ນ ແລະ ແກ້ໄຂເຫດການສຸກເສີນທາງລະບົບຄອມພິວເຕີໃຫ້ກັບບັນ ດາອົງກອນທາງພາກລັດ, ເອກະຊົນ ແລະ ບໍລິສັດໃຫ້ບໍລິການທາງລະບົບໂທລະຄົມ-ອິນເຕີເນັດທັງພາຍໃນ ແລະ ຕ່າງປະເທດ ຊຶ່ງກອງປະຊຸມໄດ້ຮັບກຽດຮ່ວມເປັນປະທານ ຂອງ ທ່ານ ສະນິດ ຊາພັກດີ ຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ.
           ໃນຊຸດຝຶກອົບຮົມຄັ້ງນີ້, ມີຜູ້ເຂົ້າຮ່ວມທີ່ມາຈາກບັນດາປ ເທດສະມາຊິກອາຊຽນ ເຊັ່ນ: ສສ ຫວຽດນາມ, ມຽນມາ, ກຳປູເຈຍ ແລະ ບັນດາບໍລິສັດໃຫ້ບໍລິການດ້ານໂທລະຄົມ-ອິນເຕີເນັດພາຍໃນປະເທດ, ມາຈາກແຂວງ ແລະ ມາຈາກກະ ຊວງໄປສະນີໂທລະຄົມມະນາຄົມແລະການສື່ສານ. ການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ໄດ້ຕົກ ລົງ
ຮ່ວມກັນລະຫວ່າງກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ແລະ ອົງການໂທລະຄົມໂລກ ແລະ ການເຄື່ອນ ໄຫວດັ່ງກ່າວແມ່ນຈຸດເລີ່ມຕົ້ນທີ່ນຳໄປສູ່ຜົນສຳເລັດຂອງການດຳເນີນແຜນການຮ່ວມມືດ້ານວຽກງານໄອຊີທີຂອງປະເທດສະ ມາຊິກອາຊຽນ ແຕ່ນີ້ຮອດປີ 2015, ຄຽງຄູ່ກັນນັ້ນກໍເພື່ອເປັນການສ້າງໂອກາດອັນດີໃຫ້ກັບກະຊວງໄປສະນີ ໂທລະຄົມມະ ນາຄົມ ແລະ ການສື່ສານໃຫ້ໄດ້ມີໂອກາດຍົກສູງຄວາມເຊື່ອໝັ້ນດ້ານການ ຮ່ວມມື ແລະ ການປະຕິບັດວຽກງານບົນພື້ນຖານ ເວທີການຮ່ວມມືກັບສາກົນ ແລະ ບັນດາປະເທດ ອາຊຽນໃນຂົງເຂດວຽກງານສະ ກັດກັ້ນ ແລະແກ້ໄຂເຫດການສຸກເສີນ ທາງລະບົບຄອມພິວເຕີທັງ ໃນປັດຈຸບັນ ແລະ ໃນຕໍ່ໜ້າ. ພ້ອມ ກັນນັ້ນກໍເພື່ອເປັນການສ້າງໂອ ກາດອັນດີໃຫ້ພະນັກງານວິຊາ ການໃຫ້ສາມາດຮຽນຮູ້ ແລະ ແລກປ່ຽນປະສົບການນຳຊ່ຽວ ຊານຈາກຕ່າງປະເທດເປັນຕົ້ນ ແມ່ນຊ່ຽວຊານຂອງອົງການໂທ ລະຄົມໂລກ.
         ປັດຈຸບັນ, ຢູ່ ສປປ ລາວ ມີບໍລິສັດໃຫ້ບໍລິການທາງດ້ານ ອິນເຕີເນັດຈຳນວນ 7 ບໍລິສັດ ໃນ ນັ້ນມີ 4 ບໍລິສັດ ທີ່ໃຫ້ບໍ ລິການທາງດ້ານໂທລະຄົມໄປຄຽງຄູ່ກັນ ແລະ ມີຮ້ານໃຫ້ບໍລິການດ້ານອິນເຕີເນັດໃນຂອບເຂດທົ່ວປະເທດ 900 ກວ່າຮ້ານ.

No comments:

Post a Comment