ໃນປີຜ່ານມາ, ກະຊວງສຶກ ສາທິການ ແລະ ກິລາ ໄດ້ຈັດຕັ້ງ
ຄະນະສະເພາະກິດດຳເນີນການກວດກາໃບປະກາສະນີຍະ ບັດຈົບຊັ້ນມັດທະຍົມສຶກສາຕອນ ປາຍ, ເຊິ່ງພວກຄົນບໍ່ດີໄດ້ສວຍ
ໂອກາດເຮັດປອມແປງຂຶ້ນມາ ຢູ່ຕາມແຂວງຕ່າງໆ ແລະ ຈັບ ຕົວໄດ້ເປັນຈຳນວນຫລາຍຮ້ອຍໃບ ແລະ ຈາກບົດຮຽນດັ່ງກ່າວ,
ເລີ່ມແຕ່ສົກຮຽນ 2014-2015 ນີ້ ເປັນຕົ້ນໄປທາງກະ ຊວງສຶກສາ ທິການຈຶ່ງໄດ້ມອບໃຫ້ພະແນກ ສຶກສາທິການ
ແລະ ກິລາ ຂັ້ນນະ ຄອນຫລວງ ແລະ ບັນດາແຂວງ ຕ່າງໆເປັນຜູ້ ອອກໃບປະກາສະນີຍະບັດຈົບຊັ້ນປະຖົມ
ປ 5, ມ ຕົ້ນ ແລະ ຈົບຊັ້ນ ມ ປາຍເອົາເອງ, ເພື່ອແນໃສສະກັດກັ້ນການປອມ ແປງໃບປະກາສະນີຍະບັດດັ່ງກ່າວ.
ທ່ານ ອາຈານ ຊົມພູ ຫົວໜ້າ ພະແນກສຶກສາທິການ ແລະ
ກິ ລາໃຫ້ຮູ້ວ່າ: ທີ່ຜ່ານມາໜ່ວຍ ງານສະເພາະກິດໄດ້ກວດພົບ ການປອມແປງໃບປະກາສະນີ ຍະບັດການສຶກສາຂັ້ນມັດທະຍົມຕອນປາຍນັບເປັນຈຳນວນຫຼາຍ
ແລະ ມາຮອດດຽວນີ້ ຜູ້ຖື ໃບປະກາດປອມດັ່ງກ່າວກໍໍໄດ້ຮັບໜ້າທີ່ບັນຈຸເຂົ້າລັດຖະກອນຂອງລັດ
ແລະ ໄດ້ເຂົ້າເຮັດວຽກງານຢູ່ຕາມຫົວໜ່ວຍທຸລະ ກິດ ຕ່າງໆ ແລະ ຈຳນວນໜຶ່ງກໍພວມກຳລັງສຶກສາຮ່ຳຮຽນວິຊາຊີບຢູ່ຕາມສະຖາບັນຕ່າງໆກໍມີແຕ່ເຖິງຢ່າງໃດພະແນກສຶກສານະ
ຄອນຫລວງກໍໄດ້ແນະນຳໃຫ້ເຂົາເຈົ້າກັບມາຮຽນບຳລຸງຄືນ ມ7 ເພື່ອ ເສັງເອົາໃບປະກາດ ຈົບ ມ7 ຄືນໃໝ່,
ສ່ວນຜູ້ທີ່ເຄື່ອນ ໄຫວ ເຮັດໃບປະກາດປອມແປງດັ່ງ ກ່າວແມ່ນໄດ້ດຳເນີນມາດຕະ ການດ້ານລະບຽບວິໃນຕໍ່ຜູ້ກະ
ທຳຜິດ, ຕາມສະຖານໜັກ ແລະ ເບົາ. ເຖິງຢ່າງໃດກໍດີໃນປີຕໍ່ ໜ້ານີ້ເພື່ອກຳຈັດສິ່ງຫຍໍ້ທໍ້ດັ່ງ
ກ່າວໄດ້ຢ່າງສິ້ນເຊິງນັ້ນ, ທາງກະຊວງສຶກສາທິການ ແລະ ກິ ລາໄດ້ມອບສິດຂາດຕົວໃຫ້ພະ ແນກສຶກສາທິການ
ແລະ ກິລາ ບັນດາແຂວງຕ່າງໆໃນທົ່ວປະ ເທດເປັນຜູ້ອອກໃບປະກາດຈົບ ຊັ້ນການສຶກສາຂັ້ນປະຖົມ, ມັດທະຍົມຕອນຕົ້ນ
ແລະ ຕອນປາຍ ໂດຍກົງ ແລະ ຈະເປັນຜູ້ຄົ້ນຄວ້າ ຕິດຕາມກວດກາຕໍ່ບັນດາ ນັກຮຽນທີ່ເສັງຈົບຊັ້ນມັດທະຍົມ
ຕອນປາຍວ່າຈົບຈາກໂຮງຮຽນໃດ, ສົກຮຽນປີໃດຢ່າງລະອຽດ ແລ້ວຈຶ່ງຈະອອກໃບປະ ກາດໃຫ້ ຜູ້ກ່ຽວຢ່າງຖືກຕ້ອງ.
No comments:
Post a Comment