Ad

Ad

27 May 2014

ຜົນສຳເລັດຂອງກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 23



     ກອງປະຊຸມລັດຖະມົນຕີແຮງ ງານອາຊຽນຄັ້ງທີ 23 ແລະ ກອງປະຊຸມລັດຖະມົນຕີແຮງ ງານອາຊຽນ ບວກສາມຄັ້ງທີ 8 (ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ), ໄດ້ໄຂຂຶ້ນຢູ່ນະຄອນຫລວງເນ ປິດໍ ປະເທດ ສາທາລະນະລັດ ສະຫະພາບມຽນມາ ເຊິ່ງ ໄດ້ດຳເນີນ ແຕ່ວັນທີ 22-23 ພຶດສະພາ 214 ໂດຍການເປັນປະທານຂອງທ່ານ ອູ ເອະ ມຽງ (U Aye Myint) ລັດຖະມົນ ຕີວ່າການກະຊວງແຮງງານ, ຈັດຫາງານ ແລະ ປະ ກັນສັງຄົມແຫ່ງສາທາລະນະລັດ ສະຫະພາບມຽນມາ ແລະ ເປັນຮອງປະ ທານ ໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຫ່ງ ສປປ ລາວ.
     ກອງປະຊຸມໄດ້ພ້ອມກັນ ແລກ ປ່ຽນຄວາມຄິດເຫັນໃນຫົວຂໍ້ ”ການສົ່ງເສີມຄວາມເຂັ້ມແຂງ ແກ່ກຳລັງແຮງງານເພື່ອ ຄວາມກົມກຽວ, ຄວາມກ້າວໜ້າ ແລະ ຄວາມຍືນຍົງໃນສະຖານທີ່ເຮັດ ວຽກ” ຂອງບັນດາປະເທດສະ ມາຊິກອາຊຽນ ແລະ ຕີລາຄາ ການຈັດຕັ້ງປະຕິບັດແຜນງານ ລັດຖະມົນຕີແຮງງານອາຊຽນ 2010-2015 ເຊິ່ງສາມາດຈັດຕັ້ງ ປະຕິບັດໄດ້ 80% ຂອງແຜນການ ແລະ ຊຸມຍູ້ໃຫ້ຈັດຕັ້ງປະຕິບັດ ບັນດາກິດຈະກຳທີ່ຍັງຄົງຄ້າງ ໃຫ້ສຳເລັດ. ພ້ອມນັ້ນ, ຍັງໄດ້ມອບໃຫ້ເຈົ້າໜ້າ
ທີ່ອາວຸໂສແຮງ ງານອາຊຽນຈັດກອງປະຊຸມເພື່ອຄົ້ນຄ້ວາກຳນົດບູລິມະສິດ ແລະ ແຜນງານຂອງລັດຖະມົນຕີແຮງງານອາຊຽນ ແຕ່ 2015-2020 ໂດຍໃຫ້ສອດຄ່ອງຕາມສະພາບ ເງື່ອນໄຂຂອງອາຊຽນ. ນອກ ນັ້ນ, ຍັງໄດ້ຮັບຮອງເອົາຖະແຫລງການ ຮ່ວມຂອງລັດຖະມົນຕີແຮງງານອາຊຽນຄັ້ງທີ 23 (Joint Communique of the 23rd ALMM) ແລະ ຖະແຫລງການ ຂອງລັດຖະມົນຕີແຮງງານອາ ຊຽນບວກສາມຄັ້ງທີ່ 8 (Joint Communique of the 8th ALMM+3), ຮັບຮອງເອົາ ບົດລາຍງານຂອງເຈົ້າໜ້າທີ່ອາວຸໂສແຮງງານອາຊຽນຄັ້ງທີ 9 ແລະ 10.
     ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມດັ່ງກ່າວຫົວໜ້າຄະ ນະຜູ້ແທນລາວໄດ້ແຈ້ງໃຫ້ກອງປະຊຸມຊາບຕໍ່ການຈັດຕັ້ງປະຕິ ບັດວຽກງານແຮງງານ ແລະ ສະ ຫວັດດີການສັງຄົມເພື່ອກຽມ ພ້ອມການເຊື່ອມໂຍງປະຊາຄົມ ເສດຖະກິດອາຊຽນໃນປີ 2015 ໂດຍເນັ້ນໃສ່ການສ້າງກົດໝາຍປະກັນສັງຄົມ, ການປັບປຸງກົດ ໝາຍແຮງງານ, ການຈັດຕັ້ງປະຕິບັດແຜນຍຸດທະສາດ ວຽກງານແຮງງານແຕ່ 2010-2015 ແລະ ການກຳນົດບູລິມະສິດ 2015- 2020 ເຊິ່ງໄດ້ມີບາງດ້ານເຊັ່ນ: ໄດ້ສ້າງມາດຕະ ຖານສີມືແຮງງານໃນຂົງເຂດລົດຍົນ, ກໍ່ສ້າງ, ທ່ອງທ່ຽວ, ຂໍ້ມູນຂ່າວສານ- ເຕັກໂນໂລຊີ (ICT) ແລະ ບໍລິ ການ, ການປະກັນ ສັງຄົມສາມາດປະຕິບັດໄດ້ 26,75% ໃນປີ 2012 ແລະ ຄາດໝາຍສູ້ຊົນໃຫ້ ໄດ້ 50% ຂອງພົນລະເມືອງ ແລະ 80% ໃນປີ 2020. ພ້ອມກັນນັ້ນ, ຍັງໄດ້ແຈ້ງ ແລະ ເຊື້ອເຊີນບັນ ດາລັດຖະມົນຕີແຮງງານອາ ຊຽນ ແລະ ອາຊຽນບວກສາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 24, ກອງປະຊຸມລັດຖະມົນຕີແຮງ ງານບວກສາມຄັ້ງທີ 9 ແລະ ກອງປະຊຸມປິ່ນອ້ອມ ໃນປີ 2016 ທີ່ ສປປ ລາວ ໄດ້ຮັບກຽດເປັນ ເຈົ້າພາບ.
     ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ມີກອງປະຊຸມ ພົບປະສອງຝ່າຍກັບລັດຖະ ມົນຕີວ່າການກະຊວງແຮງງານ, ເສຍອົງຄະ ແລະ ສັງຄົມແຫ່ງ ສສ ຫວຽດນາມ ແລະ ລັດຖະມົນ ຕີວ່າການກະຊວງແຮງງານ ແລະ ເຝິກອົບຮົມວິຊາຊີບ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະເພື່ອທົບທວນຄືນຜົນຂອງການຮ່ວມມືໄລຍະ ຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.

No comments:

Post a Comment