ທ່ານ ກູດແກ້ວ ສອນວິຈິດ ຮອງອຳນວຍການສະຖາບັນບຸນເກີດສຶກສາ
ໃຫ້ສຳພາດວ່າ: ປັດ ຈຸບັນ ຄູອາຈານພາຍໃນໂຮງ ຮຽນພວມສຸມໃສ່ການທວນຄືນບົດ ຮຽນໃຫ້ນັກສຶກສາໃນວິຊາຕ່າງໆເຊັ່ນ:
ຄະນິດສາດ, ເຄມີ, ຊີວະ, ພາສາລາວ-ວັນ ນະຄະດີ, ພູມສາດ, ປະຫວັດສາດ ແລະ ສຶກສາພົນລະເມືອງ
ເພື່ອກຽມໃສ່ບັ້ນ ສອບເສັງເລື່ອນຊັ້ນ ແລະ ຈົບຊັ້ນ ສົກຮຽນປີ 2013-2014 ຂອງຊັ້ນປະຖົມ
ປ.1-4, ມ.1-3 ແລະ ມ.4-ມ.6 ທີ່ຈະມີຂຶ້ນລະ ຫວ່າງວັນທີ 28-30 ພຶດສະພານີ້, ສ່ວນບັ້ນສອບເສັງຈົບຊັ້ນ
ມ.4- ມ.7 ແມ່ນຈະມີຂຶ້ນພ້ອມກັນທົ່ວປະເທດໃນລະຫວ່າງວັນທີ 2-6 ມິຖຸນາທີ່ຈະເຖິງນີ້.
ສະເພາະສົກ ຮຽນນີ້, ໂຮງຮຽນພວກເຮົາມີນັກຮຽນທີ່ຈະເສັງຈົບຊັ້ນ ມ.4 ທັງໝົດ
80 ຄົນ ແລະ ມ.7 50 ຄົນ.
ທ່ານ ກູດແກ້ວ ກ່າວວ່າ: ໂຮງຮຽນແຫ່ງນີ້ສ້າງຕັ້ງຂຶ້ນໃນປີ
2008 ເຊິ່ງໄດ້ຮັບເອົານັກຮຽນແຕ່ອະນຸບານຈົນຮອດມັດທະ ຍົມຕອນປາຍ, ປັດຈຸບັນ
ມີນັກຮຽນ 700 ກວ່າຄົນ, ຄູອາຈານ ແລະ ພະນັກງານບໍລິຫານ 80 ກວ່າຄົນ. ນອກຈາກສິດສອນຕາມຫລັກສູດຂອງກະຊວງສຶກສາທິການ
ແລະ ກິລາວາງອອກແລ້ວ ຍັງປະກອບການຮຽນພາ ສາອັງກິດ ແລະ ພາສາຈີນນຳອີກ. ໃນຜ່ານມາ
ໂຮງຮຽນແຫ່ງນີ້ຍັງໄດ້ຮັບນາມມະຍົດເປັນໂຮງ ຮຽນສີຂຽວ, ປະຕິບັດຕາມ 5 ຫລັກມູນການສຶກສາ,
ເລື່ອນຂັ້ນ ອັດຕະໂນມັດ, ປອດສິ່ງເສບຕິດ ແລະ ມີມາດຕະຖານການສຶກສາທີ່ດີ ແລະ
ຫ້າມບໍ່ໃຫ້ນັກຮຽນນຳເອົາໂທລະສັບມືຖືມາໂຮງຮຽນເດັດຂາດ ເຊິ່ງທຸກການຕິດຕໍ່ຂອງນັກຮຽນຈະແມ່ນໂຮງຮຽນເປັນຜູ້ໃຫ້ບໍລິການ
100%.
No comments:
Post a Comment