Ad

Ad

27 May 2014

ແກ໊ງກວນ​ເມືອງ​ໜໍ່​ແໜງ​ຄວາມ​ບໍ່​ສະຫງົບ​ໃນ​ສັງຄົມ



      ປັດຈຸບັນ ສະພາບ​ການ​ຂີ່​ລົດ​ແບບ​ເປັນ​​ພຶງ​ເປັນ​ແພ​ຍາມ​ເດິກ​ດື່ນຕາມ​ສາຍ​ທາງ​ໃນ​ຕົວ​ເມືອງ ຂອງ​ໄວ​ລຸ້ນຊາວ​ໜຸ່ມ ຫລື ແກ໊ງ ກວນ​ເມືອງ​ແມ່ນ​ມີ​ລັກສະນະ​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ ​​ເຊິ່ງນອກ ຈາກ​ເປັນ​ການ​ສົ່ງ​ສຽງ​ເນື່ອງ​ນັນ​ລົບ​ກວນ​ຍາມ​ຫລັບ​ນອນ​ພັກ ຜ່ອນ​ຂອງ​ປະຊາຊົນ​ແລ້ວ ຍັງ​ມີ​ລັກສະນະ​ກໍ່​ຄວາມ​ວຸ້ນວາຍ​ຕ່າງໆ​ຕາມ​ມາ​ເຊັ່ນ: ທຳລາຍ​ບັນ ດາ​ປ້າຍ​ຫ້າມ, ທູບ​ແກ້ວ​ໃສ່​ຖະ ໜົນ​ຫົນທາງ ​ແລະ ກໍ່​ຄວາມ​ບໍ່​ສະຫງົບ​ອື່ນໆ ດັ່ງ​ມີ​ປະຊາຊົນ​ຢູ່​ບ້ານ​ຊຽງ​ຍືນ ​ເມື​ອງຈັນທະ​ບູລີ ລາຍ​ງານ​ໃຫ້​ນັກ​ຂ່າວ​ຟັງ​ວ່າ: ເມື່ອ​ເວລາ​ປະມານ 2 ​ໂມງ​ເຊົ້າ ຂອງ​ວັນ​ທີ 25 ພຶດສະພາ​ນີ້, ກໍ​ມີ​ແກ໊ງກວນ​ເມືອງ​ ​ເຊິ່ງມີ​ໄວ​ລຸ້ນ ຊາ​ຍ-ຍິງ​ຂັບ​ລົດຈັກ​ເປັນ​ຈຳ ນວນ​ຫລາຍ​ຄັນ​ຂັບ​ຂີ່​ກໍ່ກວນ​ໄປ​ຕາມ​ເສັ້ນທາງ​ໃນ​ຕົວ​ເມືອງ ​ແລະ ມີ​ການ​ຍິງ​ປືນ​ນາບ​ຂູ່​ຢ່າງ​ບໍ່​ເກງ​ກົວ​ລະບຽບ​ກົດໝາຍ ກາຍ​ເປັນ​ໜໍ່​ແໜງ​ຂອງ​ການ​ກໍ່​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ​ໃນ​ສັງຄົມ. ດັ່ງ ນັ້ນ ຖ້າ​ເບື້ອງ​ເຈົ້າໜ້າ​ທີ່​ບໍ່​ມີ​ມາດ​ຕະການ​ຮີບ​ຮ້ອນ​​ແກ້​ໄຂ​ຢ່າງ ຂາດ​ຕົວ ກຸ່ມ​ແກ໊ງດັ່ງກ່າວ​ອາດ​​ກ້າວ​ໄປ​ສູ່​ການ​ກໍ່​ຄວາມ​ວຸ້ນວາຍ​ຮ້າຍ​ແຮງ​ຂຶ້ນ ​ແລະ ​ຕົກ​ເປັນ​ເຫຍື່ອ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ໄດ້​ງ່າຍ ເນື່ອງ​ຈາກ​​ໄວ​ລຸ້ນ​ເຫລົ່ານັ້ນຍັງ​ຢູ່​ໃນ​ໄວ​ຄຶກຄະນອງ ​​ແລະ ອາດ ກ້າວ​ໄປ​ເຖິງ​ການ​ພົວພັນ​ສິ່ງ​ເສບ​ຕິດ, ລາມົກ​ອານາ​ຈານ ​ແລະ
ປາ ກົດການ​ຫຍໍ້​ທໍ້​ທາງ​ສັງຄົມ​ອື່ນໆ. ດັ່ງ​ນັ້ນ ​ເຈົ້າໜ້າ​ທີ່​ທຸກຂັ້ນຕ້ອງ​ມີ​ຄວາມ​ເຂັ້ມງວດກວດ​ຂັນ​ດ້ານ​ລະບຽບ​ການ, ສ່ວນ​ຄອບຄົວ​ກໍ​ຕ້ອງ​​ເອົາ​ໃຈ​ໃສ່ສຶກສາ​ອົບຮົມ​ສັ່ງສອນ​ລູກ​ຫລານ​ບໍ່​ໃຫ້​ມີ​ການ​ເຄື່ອນ​ໄຫວ​ອັນ​ບໍ່​ດີດັ່ງກ່າວເຊິ່ງ ອາດ​ກໍ່​ໃຫ້​ເກີດ​ສິ່ງ​ບໍ່​ດີ​​ຕາມ​ມາ.

No comments:

Post a Comment