ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄຳມ່ວນ
ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງມີສະພາບລັກຊັບພົນລະເມືອງລັກລົດຈັກເກີດຂຶ້ນລຽນຕິດຢູ່ໃນເຂດເທສະບານເມືອງທ່າແຂກ
ຈຶ່ງໄດ້ວາງກຳລັງອອກຕິດຕາມ ແລະ ສາ ມາດກັກຕົວທ້າວ ກີຕ້າ, ທ້າວ ທິດ, ທ້າວ ກະແຕ,
ທ້າວ ປັດ ແລະ ທ້າວ ອຸປະເສີດ ທັງໝົດແມ່ນຫວ່າງງານ ແລະ ເຄື່ອນໄຫວລັກຊັບຢູ່ເທສະບານເມືອງທ່າແຂກ.
ຜ່ານການສືບສວນ- ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ໄດ້ຮ່ວມກັນເຄື່ອນໄຫວລັກຊັບພົນ
ລະເມືອງໃນເຂດເທສະບານເມືອງທ່າແຂກມາດົນ ມີທັງການງັດແງະເຮືອນຊານບ້ານຊ່ອງ
ຂອງປະຊາຊົນ ເພື່ອເອົາຊັບມາແລ້ວຫລາຍຄັ້ງ ແລະ ລັກລົດຈັກຫລາຍຄັນ ເພື່ອໄປຂາຍໃນລາ
ຄາ 10.000-20.000 ບາດ (ສະ ກຸນເງິນໄທ), ສ່ວນເງິນທີ່ໄດ້ມາແມ່ນແບ່ງກັນໄປຊື້ຢາບ້າມາເສບ
ແລະ ຫລິ້ນກິນຟຸມເຟືອຍ. ໃນມື້ ກັກຕົວ ເຈົ້າໜ້າທີ່ສາມາດຢຶດ ຂອງກາງລົດຈັກ
5 ຄັນ ທີ່ພວກກ່ຽວຫາກໍລັກມາໄດ້ ເຊິ່ງເປັນຫລັກຖານໃນການດຳເນີນຄະດີຕາມກົດໝາຍ.
ຂ່າວໃຫ້ຮູ້ອີກວ່າ: ໃນກາງເດືອນພຶດສະພາຜ່ານມານີ້,
ເຈົ້າ ໜ້າທີ່ ປກສ ເມືອງຊຽງເງິນ ແຂວງຫລວງພະບາງ ໄດ້ມອບລົດຈັກເວບໄທ 1 ຄັນ
ຄືນໃຫ້ເຈົ້າ ຂອງເດີມ ພາຍຫລັງຖືກຄົນຮ້າຍລັກໄປໃນຕົ້ນເດືອນພຶດສະພານີ້, ສ່ວນຄົນຮ້າຍກຳລັງເອົາຕົວຫລົບໜີການຈັບຕົວມາດຳເນີນຄະດີຂອງເຈົ້າໜ້າທີ່.
No comments:
Post a Comment