ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ:
ເນື່ອງຈາກສະ ພາບການສັນຈອນຂອງຍວດຍານພາຫະນະນັບມື້ເພີ່ມຂຶ້ນຢ່າງຫລວງຫລາຍ
ແລະ ຮັບປະກັນໃຫ້ການໃຊ້ງານຂອງເສັ້ນທາງໄດ້ຍາວນານ, ລາວຈຶ່ງມີແຜນຈະຕ້ອງໄດ້ຍົກສູງລະດັບມາດ ຖານຂອງເສັ້ນທາງຂຶ້ນຕື່ມອີກ,
ເຖິງວ່າການຕອບສະໜອງງົບປະ ມານຍັງບໍ່ທັນພຽງພໍ ຄືປີ 2013- 2014 ຜ່ານມາ ສະເພາະທຶນສ້ອມແປງເສັ້ນທາງຫລວງແຫ່ງຊາດມີພຽງ
283 ຕື້ກວ່າກີບ ກວມເອົາປະມານ 59% ຂອງຄວາມຕ້ອງ ການເທົ່ານັ້ນ.
ປັດຈຸບັນ ຢູ່ລາວເຮົາມີເສັ້ນ ທາງປູຢາງທັງໝົດຫລາຍກວ່າ
43.000 ກິໂລແມັດ, ໃນນັ້ນ ສະເພາະເສັ້ນທາງຫລວງແຫ່ງຊາດມີ 7.200 ກວ່າກິໂລແມັດ,
ແຕ່ເຫັນວ່າເສັ້ນທາງເຫລົ່ານັ້ນຍັງມີມາດຕະຖານຕ່ຳຖ້າທຽບໃສ່ເສັ້ນ ທາງຂອງບັນດາປະເທດໃກ້ຄຽງ
ແລະ ພາກພື້ນ ແລະ ຄິດສະເລ່ຍແລ້ວແມ່ນຮັບນ້ຳໜັກໄດ້ພຽງ 9,1 ໂຕນຕໍ່ເພົາ (ເພົາລົດບັນທຸກ),
ສ່ວນປະເທດອື່ນ
ແມ່ນມາດຖານ 11 ໂຕນຕໍ່ເພົາ. ດັ່ງນັ້ນ ຈຶ່ງເຮັດໃຫ້ການຂົນສົ່ງສິນຄ້າຂອງປະເທດເຮົາເສຍປຽບ
ແລະ ຕົກເປັນລາຄາສູງ. ນີ້ກໍເນື່ອງຈາກວ່າເສັ້ນທາງຂອງລາວເຮົາສ່ວນຫລາຍແມ່ນປູຢາພຽງ
2 ຊັ້ນ, ມີລະດັບໜາພຽງ 2-3 ຊັງຕີແມັດເທົ່ານັ້ນ ຈຶ່ງເຮັດໃຫ້ອາຍຸການໃຊ້ງານຂອງເສັ້ນທາງດັ່ງກ່າວບໍ່ຍາວນານ
(ເປ່ເພໄວ). ດັ່ງນັ້ນ ເພື່ອແກ້ໄຂສະພາບດັ່ງກ່າວມັນມີຄວາມຈຳເປັນທີ່ລາວເຮົາຈະຕ້ອງໄດ້ເລັ່ງໃສ່ຍົກລະດັບມາດ
ຕະຖານຂອງເສັ້ນທາງໃຫ້ສູງຂຶ້ນ ໂດຍເບື້ອງຕົ້ນຈະຕ້ອງຍົກລະດັບເປັນເສັ້ນທາງປູຢາງຂົວ
(ເບຕົງອັດສຟານ) ຫລື ທາງເບຕົງເສີມເຫລັກໃຫ້ມີຄຸນນະພາບສູງຂຶ້ນ ໂດຍສະເພາະເສັ້ນທາງໃນຕົວເມືອງ
ແລະ ບາງເສັ້ນທາງຫລວງແຫ່ງຊາດທີ່ສຳຄັນ ເພື່ອຮັບປະກັນໃຫ້ການຄົມມະນາຄົມຂົນສູງມີມາດຕະຖານດີຂຶ້ນ.
No comments:
Post a Comment