Ad

Ad

27 May 2014

ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອໂຄງການສຸຂະພາບເດັກນ້ອຍລາວ



           ວັນທີ 23 ພຶດສະພານີ້, ທີ່ສະຖານທູດຍີ່ປຸ່ນປະຈໍາລາວ, ລັດຖະບານຍີ່ ປຸ່ນໄດ້ໃຫ້ທຶນຊ່ວຍ ເຫລືອມູນຄ່າ 218,935 ໂດລາສະຫະລັດໃຫ້ໂຄງການທີ່ມີຊື່ ວ່າ “ການສ້າງຄວາມອາດສາມາດ ໃນຂົງເຂດແພດເດັກທີ່ໂຮງໝໍ  ແລະ ສຸກສາລາ ເມືອງ ເພື່ອຊຸກຍູ້ ໃຫ້ປະຊາຊົນຫັນມາຊົມໃຊ້ການບໍລິການສາທາລະນະສຸກ (ໄລ ຍະ2)”, ໂຄງການນີ້ ຈະຈັດຕັ້ງ ປະຕິບັດຢູ່ເມືອງສຸຂຸ ມາ ແລະ ເມືອງມຸນລະປ ະໂມກ, ແຂວງຈຳ ປາສັກໂດຍອົງການແພດໂລກຍີ່ປຸ່ນ ຫລື Mdecins du Monde Japon (MdMJ) ເຊິ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານລະຫວ່າງທ່ານ ຮິໂຣະຢຸກິ ຄິຊິໂນະ, ເອກອັກຄະລາຊະທູດຍີ່ປຸ່ນປະຈໍາລາວ ແລະ ທ່ານນາງຊາຈິໂກະ ກຸມະຊາວ້າ, ຜູ້ຕາງໜ້າອົງການ MdMJ.

        ໂຄງການນີ້, ແພດຊ່ຽວ ຊານເດັກຈາກປະເທດຍີ່ປຸ່ນຈະ ມາເຝິກອົບຮົມບັນດາພະນັກ ງານແພດໃນສຸກສາລາ, ໂຮງໝໍ ເມືອງ ແລະ ກໍເປັນຜູ້ທີ່ເຮັດວຽກ ໃນການເບິ່ງແຍງສຸຂະພາບຂອງປະຊາຊົນໃນຊຸມຊົນເຊັ່ນດຽວ ກັນ. ພ້ອມກັນນີ້ໂຄງການດັ່ງ ກ່າວຍັງໄດ້ຊ່ວຍເຫລືອອຸປະກອນການແພດເບື້ອງຕົ້ນໃຫ້ແກ່ສະຖາບັນສຸຂະພາບ ແລະ ສົ່ງ ເສີມຜັນຂະຫຍາຍຄວາມຮູ້ທາງ ດ້ານສຸຂະສຶກສາໃຫ້ແກ່ປະຊາຊົນອີກດ້ວຍ, ເຊິ່ງຫວັງວ່າການຊ່ວຍເຫລືອໃນຄັ້ງນີ້ຈະສາມາດຫລຸດຜ່ອນອັດຕາການ ເສຍຊີວິດ ແລະ ອັດຕາການເປັນພະຍາດຂອງເດັກອາຍຸຕ່ຳກວ່າ 5 ປີໄດ້ ບໍ່ຫລາຍກໍໜ້ອຍ. ອົງການແພດ ໂລກຝລັ່ງ ຫລື Mdecins du Monde France (MdMF) ແມ່ນ 1 ໃນກຸ່ມພັນທະມິດຂອງອົງ ການ MdMJ, ແມ່ນໄດ້ເຄື່ອນໄຫວວຽກງານກ່ຽວກັບ ແມ່ມານແລະ ເດັກເກີດໃໝ່ໃນລາວ. ໂດຍ ອີງໃສ່ຜົນທີ່ໄດ້ຮັບຈາກການ ເຄື່ອນໄຫວຂອງ 2 ໂຄງການ MdMJ ແລະ MdMF, ຫວັງ ຢ່າງຍິ່ງວ່າການເຂົ້າເຖິງດ້ານສຸຂະພາບຂອງແມ່ແລະເດັກໃນ ລາວຈະໄດ້ຮັບການພັດທະນາ ໃຫ້ດີຍິ່ງໆຂຶ້ນ.

No comments:

Post a Comment