ເນື່ອງໃນໂອກາດວັນເດັກ ນ້ອຍສາກົນ ແລະ ວັນປູກຕົ້ນແຫ່ງຊາດວັນທີ
1 ມີຖຸນາ ທີ່ຈະມາເຖິງທາງໂຮງຮຽນອະນຸບານສາທາລະນະສຸກ ໄດ້ຈັດກິດຈະ ກຳເພື່ອຕ້ອນຮັບວັນດັ່ງກ່າວຄື:
ກວດສຸຂະພາບໃຫ້ເດັກ ແລະ ແຂ້ວປະຈຳປີ, ຈັດການແຂ່ງ ຂັນກິລາ ແລະ ສີລະປະ ໃຫ້ເດັກພາຍໃນແຕ່ລະຊັ້ນຮຽນ
ການແຂ່ງຂັນກິລາ, ສິລະປະເດັກ ແຕ່ລະຊັ້ນຮຽນມີຄື: ຄານລອດບ້ວງແລ່ນເອົາປຸມເປົ້າ,
ເກັບບານໃສ່ກະຕ່າ, ພາຍເຮືອບົກ, ແຍກສີ, ແລ່ນລົດໄຟ, ແລ່ນໄຖ, ເປົ່າປຸມເປົ້າ,
ແລ່ນຊິກແຊ໋ກ, ຕັງປາ, ແຂ່ງຂັນຢຽບປຸມເປົ້າ ແລະ ການແຂ່ງຂັນສິລະປະບົດຟ້ອນ
ແລະ ການເດີນແບບຂອງຊຸດພື້ນເມືອງ ແລະ ອື່ນໆຂື້ນ ໃນວັນທີ 27 ພຶດສະພານີ້ທີ່ໂຮງຮຽນດັ່ງກ່າວ
ໂດຍມີຄູ-ອາ ຈານ, ພ້ອມດ້ວຍບັນດາຫລານນ້ອຍ, ຜູ້ປົກຄອງເຂົ້າຮ່ວມ.
ອຳນວຍການອະນຸບານດັ່ງກ່າວ ໃຫ້ຮູ້ວ່າ: ການຈັດກິດ
ຈະກຳຄັ້ງນີ້ເປັນການຕ້ອນຮັບວັນເດັກນ້ອຍສາກົນ ພ້ອມທັງເປັນວັນປູກຕົ້ນໄມ້ແຫ່ງຊາດ
ນອກນີ້ຍັງເປັນການສົ່ງເສີມສຸ ຂະພາບເດັກໃນໂຮງຮຽນໃຫ້ຖືກ ຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ
ປະຕິບັດໄດ້ຕາມ 5 ຫລັກການສຶກສາຂອງກະຊວງສຶກສາທິການ ແລະ ກິລາວາງອອກ, ການປະຕິບັດວຽກງານ
ສຶກສາອົບຮົມໃຫ້ພະນັກງານຄູ-
ອາຈານ ມີແນວຄິດໜັກແໜ້ນ, ຮັກອາຊີບຄູ ແລະ ມີແບບແຜນວິທີເຮັດວຽກທີ່ດີ, ມີຄວາມສາ
ມັກ ຄີກ້ວາງຂວາງເຮັດຫລ້ອນໜ້າທີ່ ແລະ ວຽກງານວິຊາສະເພາະໄດ້ປັບປຸງການຮຽນ-ການສອນນຳໃຊ້ຫລັກສູດຊັ້ນອະນຸ
ບານສຶກສາສະບັບປັບປຸງໃໝ່ໃຫ້ສອດຄ່ອງກັບການສຶກສາຊັ້ນອະ ນຸບານໃນປັດຈຸບັນ, ພ້ອມທັງເອົາໃຈໃສ່ຍົກສູງການບໍລິຫານຫຼານນ້ອຍໃຫ້ໄດ້ດີໃຫ້ເປັນທີ່ຍອມຮັບຂອງສັງຄົມ,
ສືບຕໍ່ຕິດຕາມການ ຈະເລີນເຕີບໂຕ ແລະ ໂພຊະນາການເດັກໃຫ້ຖືກ ຕ້ອງ.
ໂຮງຮຽນອະນຸບານແຫ່ງນີ້ ພາຍໃຕ້ການຄຸ້ມຄອງຊີ້ນຳຂອງກະຊວງສາທາລະນະສຸກ,
ຕັ້ງຢູ່ບ້ານເກົ້າຍອດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ສ້າງຕັ້ງຂຶ້ນໃນປີ
1976, ປັດຈຸບັນມີພະນັກງານທັງໝົດ 35 ຄົນ, ໃນນັ້ນຄູສອນ 23 ຄົນ. ແຕ່ລະປີຮັບນັກຮຽນປະມານ
400 ຄົນ, ໃນນີ້ 80% ແມ່ນລູກຫລານຂອງພະນັກງານກະຊວງສາທາລະນະສຸກ.
No comments:
Post a Comment