Ad

Ad

28 May 2014

ສາທານະຄອນຫຼວງຫາລືການປັບປຸງຖານຂໍ້ມູນລະບົບເຝົ້າລະວັງພະຍາດ



         ວັນທີ 27ພຶດສະພານີ້ ພະແນກສາທາລະນະສຸກນະຄອນ ຫຼວງວຽງຈັນ, ໄດ້ຈັດກອງປະ ຊຸມປຶກສາຫາລືເພື່ອວາງ ແຜນປັບປຸງຖານລະຂໍ້ມູນລະບົບເຝົ້າລະວັງພະຍາດຢູ່ 9 ຕົວເມືອງ ໃນນະຄອນຫຼວງຂຶ້ນ, ທີ່ພະແນກ ດັ່ງກ່າວ, ໂດຍການເຂົ້າ ຮ່ວມ ຂອງທ່ານ ດຣ ພອນປະເສີດ ອຸ ນາພົມ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງ ຈັນ ແລະ ແພດໝໍ, ພ້ອມດ້ວຍ ໜ່ວຍງານລະບາດວິທະຍາຈາກ 9 ຕົວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
    ຮອງຫົວໜ້າພະແນກສາທານະຄອນຫຼວງກ່າວໃນກອງປະ ຊຸມວ່າ: ຖານຂໍ້ມູນລະບົບການເຝົ້າລະວັງພະຍາດແມ່ນມີຄວາມ ສຳຄັນຫຼາຍ, ໂດຍສະເພາະແມ່ນການສະໜອງຂໍ້ມູນທີ່ຈຳເປັນ ແລະ ເອກະພາບ ກ່ຽວກັບພະ ຍາດຕິດຕໍ່ທີ່ອາດ ເກີດຂຶ້ນໃໝ່ ໃຫ້ສູນກາງ, ເນື່ອງຈາກບົດຮຽນການເຝົ້າລະວັງໃນປີ 2013 ຜ່ານ ມາເຫັນວ່າການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ 9 ຕົວ ເມືອງ ດັ່ງກ່າວຍັງບໍ່ມີຄວາມເປັນເອກະພາບໃນການລາຍງານ, ບາງ ເມືອງຍັງບໍ່ມີຖານຂໍ້ມູນເຮັດໃຫ້ການລາຍງານມີຄວາມຊັກ ຊ້າ ແລະ ສັບສົນ, ດັ່ງນັ້ນກອງປະຊຸມຄັ້ງນີ້ຈຶ່ງເຫັນວ່າມັນມີຄວາມຈຳເປັນຫຼາຍໃນການສ້າງ ແລະ ປັບປຸຸງຖານຂໍ້ມູນດັ່ງກ່າວ ເພື່ອການເຝົ້າລະວັງພະຍາດຢູ່ 9 ຕົວເມືອງ, ແນ່ໃສ່ຕອບໂຕ້ພະຍາດຕ່າງໆໃຫ້ທັນການ ແລະ ເພື່ອ ໃຫ້ວຽກງານເຝົ້າລະວັງ ແລະ ການສະໜອງຂໍ້ມູນຈາກ 9 ຕົວເມືອງເປັນເອກະພາບ, ວ່ອງໄວທັນເວລາເມື່ອມີພະຍາດລະບາດໃດໜຶ່ງເກີດຂຶ້ນຈະ ໄດ້ຕອບໂຕ້ ຢ່າງມີປະສິດທິຜົນ.

No comments:

Post a Comment