Ad

Ad

28 May 2014

ຍັງ​ມີ​ຮ້ານ​ບັນ​ເທີ​ງ​ຈຳນວນ​ໜຶ່ງເປີດບໍລິການ​ກາຍ​ໂມງ​



      ​ເຖິງ​ແມ່ນ​ວ່າລະບຽບ​ການ​ໄດ້​ກຳນົດ​ແຈ້ງວ່າ: ບັນດາ​ຮ້ານ​ອາຫານ, ຮ້ານ​ບັນ​ເທີ​ງຕ້ອງ​ຢຸດ​​ບໍລິການ​ບໍ່​ໃຫ້​ເກີນ 23:30 ​ໂມງ, ​ແຕ່​ຕົວ​ຈິງ​ແລ້ວ​ຜ່ານ​ມານີ້ຍັງ ເຫັນ​ວ່າຍັງ​ມີ​ຮ້ານ​ອາຫານ, ຮ້ານ​ບັນ​ເທີ​ງຫລາຍ​ແຫ່ງຝ່າຝືນ ​ແລະ ສວຍ​ໂອກາດ​ເປີດ​ບໍລິການ​ຈົນ​ຮອດ 2-3 ​ໂມງ​ເຊົ້າ ຈົນ​ກາຍ​ເປັນ​ບ່ອນ​ມົ້ວສຸມ​ຫລິ້ນກິນ​ຟຸມ​ເຟືອຍ ຂອງ​ໄວ​ໜຸ່ມ ອັນ​ເປັນສາ​ເຫດ​ຕົ້ນຕໍກໍ່​ໃຫ້​ເກີດ​ປາກົດການ​ຫຍໍ້​ທໍ້​ທາງ​ສັງຄົມ​ເຊັ່ນ: ອຸປະຕິ​ເຫດ, ປຸ້ນ​ຈີ້ຊີງ​ຊັບ, ກໍ່​ຄວາມ​ວຸ້ນວາຍ​ອາ​ລະວາ​ດຕີ​ກັນ​ ຄື​ດັ່ງ​ທີ່​ເຄີຍ​ເກີດ​ຂຶ້ນ​ໃນຜ່ານ​ມາ ອັນ​ເປັນ​ທີ່​ໜ້າ​ໜັກ​ໃຈ​ໃຫ້​ແກ່​ເຈົ້າໜ້າ​ທີ່​ຮັກ ສາ​ຄວາມ​ສະຫງົບ ​ແລະ ​ໃນ​ປັດ ຈຸບັນ​ນີ້ ກໍ​ແມ່ນ​ສະພາບ​ຂີ່​ລົດ​ເປັນ​​ເພຶ່ງ​​ເປັນ​ແພ​ຫລາຍ​ຮ້ອຍ​ຄັນ​ໃນ​ຍາມ​ເດິກ​ດື່ນກໍ່​ຄວາມ​ເນື່ອງນັນ​ໃຫ້​ກັບ​ສັງຄົມ​ ​ແລະ ສິ່ງ​ນີ້ກໍ​ມາ​ຈາກ​ຮ້ານ​ບັນ​ເທີ​ງທີ່​ໃຫ້​ບໍລິການ​ກາຍ​ໂມງ​ເວລາ​ດັ່ງກ່າວ. ດັ່ງນັ້ນ ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ, ເຈົ້າ ໜ້າ​ທີ່​ກ່ຽວຂ້ອງ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ກວດກາ​ຕັກ​ເຕືອນຜູ້​ປະກອບ​ການ​ທຸລະ​ກິດ​ເຫລົ່ານັ້ນ​ໃຫ້​ປະຕິບັດ​ລະບຽບ​ທີ່​ວາງ​ອອກ​ຢ່າງ​ເຂັ້ມງວດ, ຖ້າ​ໃຜ​ລ່ວງ​ລະ​ເມີດ ​ແລະ ບໍ່​ນັບຖື​ລະບຽບ​ການ ວາງ​ອອກ ກໍ​ຕ້ອງ​ມີ​ມາດ​ຕະການ​ສັ່ງ​ປິດ ດັ່ງ​ທີ່​ເຄີຍ​ປະຕິບັດ​ໃນ​ຜ່ານ​ມາ.

No comments:

Post a Comment