ໃນວັນທີ 18 ພຶດສະພາ ຜ່ານມາ, ໜ່ວຍພັກສະຖານກົງ
ສຸນໃຫຍ່ແຫ່ງ ສປປ ລາວ ທີ່ນະ ຄອນຄຸນມິງ ສປ ຈີນ, ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ່
I ຂອງ ຕົນຂຶ້ນຢ່າງເປັນທາງການ, ໂດຍ ການເປັນປະທານຂອງສະຫາຍ ບຸນລຽບ ຮຸ່ງວົງ ສອນ, ເລຂາ ໜ່ວຍພັກສະຖານກົງສຸນໃຫຍ່,
ເປັນກຽດເຂົ້າຮ່ວມມີສະຫາຍ ແສງ ເພັດ ຮຸ່ງບຸນຍວງ, ກຳມະການພັກ, ຫົວໜ້າຫ້ອງການຄະນະພັກກະຊວງການາຕ່າງ ປະເທດ ແລະ ຄະນະພົວພັນການ ຕ່າງປະເທດສູນກາງພັກ.
ສະຫາຍ ບຸນລຽບ ຮຸ່ງວົງ ສອນ ໄດ້ຂຶ້ນຜ່ານບົດລາຍງານການເມືອງໂດຍໄດ້ຕີລາຄາຄືນຕໍ່ຜົນງານໃນຫລາຍດ້ານ
ທີ່ ໜ່ວຍພັກຍາດມາໄດ້ໃນໄລຍະທີ່ຜ່ານ ມາ ແລະ ໄດ້ສະເໜີທິດທາງແຜນ ການທີ່ຈະຕ້ອງໄດ້ສຸມໃສ່ປະຕິ
ບັດໃນຕໍ່ໜ້າໃຫ້ ໄດ້ ຮັບປະສິດທິ ຜົນດີຂຶ້ນ. ພ້ອມນີ້ທີ່ປະຊຸມຍັງ ໄດ້ມີການປ່ອນບັດເລືອກເອົາຄະນະພັກຊຸດໃໝ່ຈຳນວນ
3 ສະ ຫາຍ, ປະກອບ ມີສະຫາຍ ບຸນ ລຽບ ຮຸ່ງວົງສອນ ເປັນເລຂາ ໜ່ວຍພັກ, ສະຫາຍ ສົມຄິດ ວັນ ຄຳ
ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ມິດສະນີ ເຈີປາວ ທາວ ເປັນກຳມະການໜ່ວຍພັກ ເພື່ອສືບຕໍ່ນຳພາໜ່ວຍພັກໃຫ້ມີ
ຄວາມເຕີບໂຕເຂັ້ມແຂງກວ່າ ເກົ່າ.
ກອງປະຊຸມໄດ້ຮັບຟັງການ ໂອ້ລົມຂອງສະຫາຍຫົວໜ້າຫ້ອງການຄະນະພັກກະຊວງການ
ຕ່າງປະເທດ ແລະ ຄະນະພົວ ພັນຕ່າງປະເທດສູນກາງພັກຊຶ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ສຳເລັດຂອງກອງປະຊຸມໃຫຍ່
ໜ່ວຍພັກ ແລະ ໄດ້ໃຫ້ການຊີ້ ນຳແກ່ຄະນະໜ່ວຍພັກຊຸດໃໝ່ຈົ່ງຂະຫຍາຍຈຸດດີ, ແກ້ໄຂຂໍ້ຄົງ ຄ້າງຕ່າງໆ
ແລະ ສືບຕໍ່ນຳພາ ໜ່ວຍພັກຂອງຕົນໃຫ້ນັບມື້ນັບ ເຂັ້ມແຂງ. ເປັນການປະກອບ ສ່ວນໃຫ້ການເຄື່ອນໄຫວວຽກງານລວມຂອງຂະແໜງການ
ຕ່າງປະເທດໃຫ້ນັບມື້ສຳເລັດຜົນ ຍິ່ງໆຂຶ້ນ ແລະ ຖືໂອກາດນີ້ຮຽກ ຮ້ອງມາຍັງສະມາຊິກພັກ, ພະນັກງານທຸກທ່ານຈົ່ງສືບຕໍ່ເປັນ
ແບບຢ່າງໃນທຸກຂະບວນການ ເພື່ອສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກກະ ຊວງການຕ່າງປະເທດ
ແລະ ຄະ ນະພົວພັນຕ່າງປະເທດສູນກາງ ພັກກໍຄືກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວໃນຕໍ່ໜ້າ.
No comments:
Post a Comment