Ad

Ad

27 May 2014

ຫາລືການກໍ່ສ້າງເຂດການຄ້າ-ອຸດສາຫະກຳຈຸດສຸມລັງຄັງ



          ກອງປະຊຸມປຶກສາຫາລື ເພື່ອອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ ສ້າງເຂດເສດຖະກິດການຄ້າ- ອຸດສາຫະກຳ ແລະ ການສະ ໜອງງົບປະມານຂອງລັດເຂົ້າ ໃນການພັດທະນາເຂດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2014 ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ຄຳຜົງ ວົງພະຈັນ ຫົວໜ້າຫ້ອງ ວ່າການປົກຄອງແຂວງຄຳ ມ່ວນ, ກອງປະຊຸມໄດ້ຮັບຟັງ ການລາຍງານກ່ຽວກັບການລົງ ເກັບກຳຂໍ້ມູນພື້ນຖານໂຄງການກໍ່ສ້າງ ເຂດການຄ້າ-ອຸດສາຫະກຳຈຸດສຸມລັງຄັງປຶກສາຫາລືກ່ຽວກັບສະພາບທີ່ດິນໃນເຂດບ້ານທົ່ງຂາມ ແລະ ບ້ານລັງຄັງ ໃນເນື້ອ ທີ່ປະມານ 633 ເຮັກຕາ, ເຊິ່ງຖືກກຳນົດເປັນເຂດເສດຖະກິດການຄ້າ-ອຸດສາຫະກຳ, ທັງນີ້ເພື່ອອຳນວຍຄວາມສະດວກ ໃນການຈັດຕັ້ງປະຕິບັດໂຄງ ການດັ່ງກ່າວ ຂອງຂະແໜງການທີ່ກ່ຽວຂ້ອງເປັນຕົ້ນແມ່ນ ການຄຸ້ມຄອງໂຄງການ ແລະ ການ ສະໜອງງົບປະມານຂອງລັດໃນການພັດທະນາເຂດດັ່ງກ່າວ, ສ້າງຕັ້ງຄະນະກຳມະການໃນການຄຸ້ມຄອງ, ການສຶກສາກ່ຽວ ກັບຂໍ້ມູນກຳມະສິດຄຸ້ມຄອງຕອນດິນຂອງບຸກຄົນ ຫລື ນິຕິບຸກຄົນໃນເຂດດັ່ງກ່າວ, ຂະບວນການໃນການກຳນົດປັກຫລັກ ໝາຍພ້ອມທັງການປະກາດຫ້າມຊື້-ຂາຍຕອນດິນທີ່ນອນຢູ່ ໃນເນື້ອທີ່ຕາມຄວາມເໝາະສົມ.

No comments:

Post a Comment