ໃນວັນທີ 23 ພຶດສະພານີ້, ກະຊວງການຕ່າງປະເທດແຫ່ງ ສປປ
ລາວ ໄດ້ອອກແຈ້ງການເຕືອນປະຊາຊົນລາວ ຫລີກລ່ຽງ ການເດີນທາງເຂົ້າປະເທດໄທໃນໄລຍະນີ້.
ໃນແຈ້ງການດັ່ງກ່າວລະບຸ ວ່າ: ເນື່ອງຈາກມີການລັດຖະປະຫານຢູ່ຣາຊະອານາຈັກໄທ
ໂດຍຄະນະຮັກສາຄວາມສະຫງົບ ແຫ່ງຊາດ (ຄສຊ) ໃນວັນທີ 22 ພຶດສະພາ 2014, ດັ່ງນັ້ນ ກະຊວງການຕ່າງປະເທດແຫ່ງ
ສປປ ລາວ ຈຶ່ງຂໍປະກາດແຈ້ງ ເຕືອນມາຍັງປະຊາຊົນລາວ ຈົ່ງຫລີກລ່ຽງການເດີນທາງເຂົ້າໄປໃນຣາຊະອານາຈັກໄທໃນໄລຍະນີ້.
ແຕ່ຖ້າຫາກມີຄວາມຈຳເປັນ ແທ້ກໍຂໍໃຫ້ກວດເບິ່ງສະພາບການດ້ານຄວາມປອດໄພກ່ອນເດີນທາງເຂົ້າໄປ
ແລະ ປະຕິບັດຕາມການແນະນຳຂອງເຈົ້າໜ້າທີ່ ທາງການໄທ. ສຳລັບປະຊາຊົນລາວຜູ້ທີ່ດຳລົງຊີວິດຢູ່ຣາຊາອານາຈັກໄທກໍໃຫ້ຕິດຕາມສະພາບການຢ່າງໃກ້ຊິດ
ແລະ ປະຕິ ບັດຕາມຄຳປະກາດແຈ້ງການແນະນຳຂອງທາງການໄທ ແລະ ຖ້າຈຳເປັນຕ້ອງການຄວາມຊ່ວຍເຫລືອຂໍໃຫ້ແຈ້ງຕໍ່ເຈົ້າໜ້າທີ່
ຂອງສະຖານທູດລາວທີ່ບາງກອກ ແລະ ສະຖານກົງສຸນໃຫຍ່ ຢູ່ຂອນແກ່ນຕາມທີ່ຢູ່ສຳນັກງານສະຖານທູດລາວປະຈຳບາງ
ກອກປະເທດໄທດັ່ງນີ້: ສະຖານເອກອັກຄະລັດຖະທູດລາວ ປະຈຳປະເທດໄທ 520, 502/1-3 ຊອຍສະຫະການປະມູນ,
ຖະໜົນປະຊາອຸທິດເຂດວາງທອງຫລາງ, ບາງກອກ 10310, ປະເທດໄທ. ໂທ: (+662) 539 6667. ກົງສຸນໃຫຍ່ແຫ່ງ
ສປປ ລາວ ປະຈຳຂອນແກ່ນ 512/2 ຕາບົນ ສີລາ ອຳເພເມືອງຂອນແກ່ນ 4000, ປະເທດໄທ ໂທ:(+6643)3
93 402.
No comments:
Post a Comment