ນັບແຕ່ກາງເດືອນພຶດສະພາເປັນຕົ້ນມາ, ບັນດານັກຮຽນສາຍສາມັນຢູ່ເຂດແຂວງຕ່າງໆໃນທົ່ວປະເທດລວມທັງນະຄອນ
ຫລວງວຽງຈັນ ຕ່າງກໍໄດ້ເຂົ້າຮ່ວມການສອບເສັງເລື່ອນຊັ້ນ ແລະ ຈົບຊັ້ນຕາມລຳດັບ
ໂດຄາດວ່າ ຮອດທ້າຍເດືອນມີຖຸນາຈະສາມາດສອບເສັງຈົບຊັ້ນມັດ ທະຍົມຕອນປາຍຢ່າງແນ່ນອນ.
ໃນນີ້, ສະເພາະຢູ່ນະຄອນຫລວງວຽງຈັນ ຈະມີນັກຮຽນເສັງຈົບຊັ້ນປະຖົມ ຈຳນວນ
12.200 ກວ່າຄົນ ພ້ອມກັບທ້ອງຖິ່ນຕ່າງໆໃນທົ່ວປະເທດທີ່ຈະມີຂື້ນໃນລະຫວ່າງວັນທີ
27-28 ພຶດ ສະພານີ້, ພາຍຫລັງແຕ່ລະໂຮງຮຽນສຳເລັດການສອບເສັງເລື່ອນຊັ້ນນັບແຕ່
ປ 1 ຮອດ ປ 4, ເຊິ່ງມີຂຶ້ນໃນວັນທີ 19-23 ພຶດ ສະພານີ້.
ທ່ານ ອາຈານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາ
ແລະ ກິລາ ນະຄອນຫລວງໄດ້ເປີດເຜີຍຕໍ່ນັກຂ່າວລາວພັດທະ ນາໃນວັນທີ 23 ພຶດສະພານີ້,
ກ່ຽວກັບສະພາບກະກຽມການສອບເສັງພາກຮຽນ II ປະຈຳສົກປີ 2013-2014 ວ່າ: ທົ່ວນະ
ຄອນຫລວງວຽງຈັນ
ຈະມີນັກ ຮຽນຊັ້ນປະຖົມເຂົ້າຮ່ວມສອບເສັງເລື່ອນຊັ້ນ ແລະ ຈົບຊັ້ນທັງໝົດ
71.300 ກວ່າຄົນ, ໃນນີ້ ສະເພາະຈົບຊັ້ນປະຖົມ ຈະມີ 12.200 ກ່ວາຄົນ, ສຳລັບຊັ້ນມັດທະຍົມຕົ້ນ
ມ 1 - ມ 4 ມີນັກຮຽນເຂົ້າສອບ ເສັງເລື່ອນຊັ້ນ ແລະ ຈົບຊັ້ນທັງໝົດ 51.500 ກວ່າຄົນ,
ໃນນີ້ ຜູ້ທີ່ຈະເຂົ້າສອບເສັງຈົບຊັ້ນ ມ4 ຈະມີຂື້ນໃນລະຫວ່າງວັນທີ 17-19 ມີຖຸນາ
ມີຈຳນວນ 11.700 ກວ່າຄົນ, ໂດຍທາງພະແນກສຶກ ສານະຄອນຫລວງ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆສາ
ມາດຈັດແບ່ງສູນການສອບເສັງ ທັງໂຮງຮຽນພາກລັດ ແລະ ເອກກະຊົນແລ້ວມີປະມານ 24
ສູນ. ສຳລັບການສອບເສັງຈົບຊັ້ນມັດ ທະຍົມຕອນປາຍ, ຄາດວ່າຈະມີຂື້ນພ້ອມກັນໃນທົ່ວປະເທດລະ
ຫວ່າງວັນທີ 24-26 ມີຖຸນາທີ່ຈະມາເຖິງ ແລະ ຄາດວ່າຈະມີນັກສອບເສັງທັງໝົດທົ່ວນະຄອນ
ຫລວງວຽງຈັນ ເຂົ້າຮ່ວມ 8.700 ກວ່າຄົນ. ໃນນີ້ໄດ້ມີການຈັດແບ່ງສູນສອບເສັງອອກເປັນ
18 ສູນ. ຫົວໜ້າພະແນກສຶກສານະ ຄອນຫລວງ ຢືນຢັນວ່າ:
ສຳລັບຜົນການສອບເສັງປີນີ້, ສຳລັບ ນະຄອນຫລວງວຽງຈັນ ຈະໃຫ້ບັນລຸ 99%, ຂະນະທີ່ການສອບເສັງໃນສົກປີຜ່ານມາສາມາດ
ບັນລຸໄດ້ 98%, ເຊິ່ງໄລຍະການກະກຽມການສອບເສັງທາງສຶກ ສານະຄອນຫລວງ, ໄດ້ແຈ້ງໄປຍັງທຸກໜວດໂຮງຮຽນໃຫ້ແນະ
ນຳຄູ-ອາຈານທຸກຄົນເພີ່ມທະວີການຮຽນການສອນ ໂດຍສະເພາະແມ່ນເລັງໃສ່ບຳລຸງນັກ
ຮຽນຜູ້ທີ່ອ່ອນໃນແຕ່ລະວິຊາຮຽນ, ເພື່ອໃຫ້ເຂົາເຈົ້າກຳບົດ ຮຽນໄດ້ດີກວ່າເກົ່າສາມາດຮັບປະກັນໃຫ້ການສອບເສັງດຳ
ເນີນໄປຢ່າງມີຄຸນນະພາບ.
No comments:
Post a Comment