ໜຶ່ງໃນ 6 ສ ຂອງຄຳຂວັນຂອງນະຄອນຫລວງວຽງຈັນວາງອອກກໍຄື:
ສ ສີຂຽວ ກໍເປັນສ່ວນສຳຄັນໃນການພັດ ທະນາຕົວເມືອງ ໃຫ້ມີຄວາມຈະເລີນສີວິໄລ.
ແຕ່ມາເຖິງປັດຈຸບັນ ນະຄອນຫລວງວຽງຈັນ ກໍຍັງ ບໍ່ທັນພັດທະນາ ສ ສີຂຽວໄດ້ເຕັມ ເມັດເຕັມໜ່ວຍໂດຍສະເພາະ
ແມ່ນການປູກໃສ່ຖະໜົນສາຍ ຫລັກຕ່າງໆແມ່ນຍັງເຮັດໄດ້ ໜ້ອຍ ແລະ ກໍແມ່ນສິ່ງໜຶ່ງທີ່ນະ ຄອນຫລວງຈະຕ້ອງໄດ້ເອົາໃຈ
ໃສ່ເພື່ອເພີ່ມຄວາມປົກຫຸ້ມຂອງ ສີຂຽວ ແລະ ຄວາມອຸດົມສົມບູນທາງທຳມະຊາດ.
ສຳລັບໃນວັນປູກຕົ້ນໄມ້ປີນີ້ ນະຄອນຫລວງຈະເລັ່ງນຳເອົາ
ເບ້ຍໄມ້ໄປປູກໃສ່ຖະໜົນຫົນ ທາງສາຍຫລັກທີ່ໄດ້ກໍສ້າງສຳເລັດເປັນຕົ້ນເສັ້ນທາງ
450 ປີ, ເສັ້ນທາງເລກ 13 ໃຕ້ ຈາກດອນໜູນ ໄປຫາຫລັກ 21, ເສັ້ນທາງຕັດໃໝ່ຈາກໜອງບົວທອງອອກສູ່ໜອງບຶກ,
ເສັ້ນທາງລຽບແຄມຂອງຈາກເກົ້າລ້ຽວອອກໄປສູ່ເມືອງສັງທອງ ລວມໄປເຖິງສະ ຖານທີ່ສາທາລະນະອື່ນໆ,
ເຊິ່ງໃນ 2-3 ປີກ່ອນ ກໍມີອົງການຈັດຕັ້ງທາງສັງຄົມຈຳນວນໜຶ່ງໄດ້ສະເໜີໂຕ
ອາສາສະໝັກ ປູກຕົ້ນຈຳປາ ດອກໄມ້ປະຈຳຊາດໄປປູກຕາມແຄມເສັ້ນທາງຖະໜົນເຈົ້າສຸພານຸວົງ,
ເລີ່ມຈາກ ສີຫອມ ໄປຮອດເດີ່ນບິນວັດໄຕ, ມາຮອດດຽວນີ້ຕົ້ນໄມ້ດັ່ງກ່າວໄດ້ເຕີບ
ໃຫຍ່ ແລະ ໃຫ້ດອກເບັ່ງບານຊົດຊື່ນ. ແລະ ສຳລັບວັນປູກໄມ້ແຫ່ງຊາດປີນີ້ ທາງຄະນະຫ້ອງການກະສິກຳປ່າໄມ້
ເມືອງ ໄຊທານີ ແລະ ເມືອງສີໂຄດຕະບອງ ກໍມີແຜນຈະນຳເອົາເບ້ຍໄມ້ປະດັບປະເພດຕ່າງໆໄປປູກຕາມສະຖານທີ່
ສາທາລະ
ນະ ພ້ອມມອບຄວາມຮັບຜິດຊອບໃຫ້ເປັນຜູ້ຄຸ້ມ ຄອງປົກປັກຮັກສາໃຫ້ເກີດໝາກ ຜົນຄື:
ເມືອງໄຊທານີ ຈະປູກຢູ່ບໍລິເວນ ໂຮງຮຽນປະຖົມສົມບູນ ບ້ານ ປາກສາບ ແລະ ສະຖານທີ່ສາທາລະນະອື່ນໆ
ຈຳນວນ 2.500 ຕົ້ນ ໃນເນື້ອທີ່ປະມານ 2 ເຮັກຕາ. ສ່ວນເມືອງສີໂຄດຕະ ບອງກໍມີແຜນຈະນຳເອົາເບ້ຍໄມ້ປະດັບທີ່ເປັນເອກະລັກສະເພາະຂອງເມືອງ
ໄປປູກໃສ່ 2 ຟາກທາງກໍສ້າງໃໝ່ ລຽບຕາມແຄມແມ່ນ້ຳຂອງໄປຈົນຮອດຊາຍແດນເມືອງສັງທອງ
ແລະ ໃນຂະ ນະດຽວກັນ ກໍມີແຜນຈະຟື້ນຟູປ່າສຸດໂສມຄືນໃໝ່ ໂດຍຈະນຳເອົາເບ້ຍໄມ້ຈຳນວນ
2.000 ເບ້ຍ ປະເພດໄມ້ໃຫຍ່ໄວ ແລະ ໄມ້ອາຍຸຍາວ ນຳໄປປູກທົດແທນ, ເຊິ່ງ ຈະມີຂຶ້ນໃນວັນທີ
30 ພຶດສະພານີ້.
No comments:
Post a Comment