ການແຂ່ງຂັນບານເຕະໂລກ (World cup) ຈະເລີ່ມຂຶ້ນແຕ່ວັນທີ
12 ມິຖຸນາຫາ 13 ກໍລະກົດ 2014 ທີ່ປະເທດເບຣຊິນເປັນເຈົ້າ ພາບ, ແຕ່ຜູ້ທີ່ຢາກຕິດຕາມເບິ່ງການແຂ່ງຂັນດັ່ງກ່າວຕ້ອງໄດ້ຊື້
ກ່ອງຮັບສັນຍານສະເພາະນຳ TV ລາວ ຈຶ່ງສາມາດຊົມໄດ້ ເນື່ອງຈາກສະຖານີໂທລະພາບທີວີລາວ
ໄດ້ຮັບລິຂະສິດຖ່າຍທອດຈາກສະຫະພັນບານເຕະສາກົນ (FIFA) ພຽງຜູ້ດຽວໃນລາວ.
ທ່ານ ຫົງຄຳ ສຸວັນນະວົງ ອຳນວຍການໂທລະພາບທີວີລາວ
ໄດ້ກ່າວໃນງານຖະແຫລງ ຂ່າວຜູ້ອຸປະຖຳການຖ່າຍທອດສົດເຕະບານໂລກ ເມື່ອວັນທີ
23 ພຶດສະພານີ້ ຢູ່ໂຮງແຮມດອນຈັນພາເລດວ່າ: TV ລາວ ໄດ້ຮັບລິຂະສິດແຕ່ພຽງຜູ້ດຽວ
ເພື່ອຖ່າຍທອດສົດທາງໂທລະພາບ ແລະ ມືຖືຈາກສະຫະພັນບານເຕະໂລກ ແລະ ຈະທຳການຖ່າຍທອດສົດທຸກນັດຂອງການແຂ່ງ
ຂັນ ເຊິ່ງ ລວມມີ 64 ນັດ ໃຫ້ແກ່ຜູ້ຊົມໃນ ສປປ ລາວ ໄດ້ຮັບຊົມຢ່າງທົ່ວເຖິງ
ໂດຍຜ່ານລະບົບດາວທຽມ ທັງໃນລະບົບທຳມະດາ SD, ລະບົບຄວາມແຈ້ງສູງ HD, ລະບົບຊີແບນ
ແລະ ລະບົບເຄຢູແບນ ໂດຍຜ່ານກ່ອງຮັບສັນຍານທີ່ມີລະຫັດຕາມລະບຽບການຂອງສະຫະພັນບານເຕະໂລກ.
ສຳລັບລາຄາກ່ອງຮັບສັນຍານມີຄື: ອິນໂຟແຊດແມ່ນ 4 ແສນກີບ, ໄອພີເອັມທຳມະດາ
3 ແສນກີບ, ລະບົບ HD 650.000 ກີບ ແລະ ສຳ ລັບລູກຄ້າທີ່ມີກ່ອງຢູ່ແລ້ວ ແຕ່ຕ້ອງໄປລົງທະບຽນໃໝ່ຈ່າຍຄ່າທຳນຽມ
2 ແສນກີບ ເຊິ່ງຖ້າບໍ່ມີກ່ອງສັນຍານດັ່ງກ່າວກໍຈະບໍ່ສາ ມາດເບິ່ງການແຂ່ງຂັນເຕະບານນັ້ນໄດ້.
ປັດຈຸບັນ ມີບໍລິສັດໂຄຄາໂຄລາ ແລະ ບໍລິສັດໂຄລາວ ໄດ້ໃຫ້ການອຸປະຖຳ ເພື່ອສາມາດໂຄສະນາສິນຄ້າຂອງຕົນຜ່ານລາຍການຖ່າຍທອດສົດຂອງການແຂ່ງຂັນເຕະບານໂລກໄດ້ໂດຍຜ່ານ
TV ລາວ.
No comments:
Post a Comment