ພາຍຫລັງລັດຖະບານໄດ້ມີນະໂຍບາຍເປີດໂອກາດໃຫ້ນັກລົງທຶນເຂົ້າມາລົງທຶນກໍ່ສ້າງພື້ນ
ຖານໂຄງລ່າງຂອງປະເທດໃນຮູບການລົງທຶນກ່ອນ ແລະ ເຫັນວ່າມີຫລາຍໂຄງການກໍສາມາດດຳເນີນໄປໂດຍດີ,
ແຕ່ຄຽງຄູ່ກັນ ນັ້ນ ກໍມີບາງໂຄງການດຳເນີນໄປດ້ວຍຄວາມຊັກຊ້າ ແລະ ຂາດປະສິດທິຜົນ
ໂດຍສະເພາະແມ່ນໂຄງການກໍ່ສ້າງເສັ້ນທາງຈັດ ຕັ້ງປະຕິບັດແບບຢຸດໆຢ່ອນໆ ແກ່ຍາວເວລາຫລາຍປີ
ອັນໄດ້ສ້າງຄວາມເດືອດຮ້ອນໃຫ້ການສັນຈອນໄປມາຂອງປະຊາຊົນ ແລະ ສັງຄົມບໍ່ໜ້ອຍ
ກໍ່ໃຫ້ເກີດມີຫາງສຽງຈົ່ມວ່າວິພາກວິຈານຕ່າງໆນາໆເກີດຂຶ້ນ, ແຕ່ຜູ້ຮັບເໝົາບໍ່ມີທ່າທີວ່າຈະຮີບຮ້ອນໃຫ້ສຳເລັດ
ເຊິ່ງບັນຫາດັ່ງກ່າວນີ້ ພາກສ່ວນກ່ຽວຂ້ອງຕ້ອງໄດ້ເຂັ້ມງວດ ແລະ ມີມາດຕະການເດັດຂາດຕໍ່ບໍລິສັດຮັບເໝົາ,
ຖ້າເຫັນວ່າບໍ່ມີຄວາມສາມາດແລ້ວກໍຕ້ອງຊອກວິທີແກ້ໄຂອື່ນໆໃຫ້ມີປະສິດທິຜົນ
ເພື່ອເຮັດແນວໃດໃຫ້ຮັບປະກັນໄດ້ຄວາມເຊື່ອໝັ້ນ ຂອງສັງຄົມ ແລະ ເພື່ອການພັດ
ທະນາປະເທດຊາດໄປຕາມທິດທາງທີ່ພັກ-ລັດກຳນົດໄວ້.
No comments:
Post a Comment