Ad

Ad

10 December 2013

ເສັ້ນທາງແຕ່ຂົວມິດຕະພາບ I ຫາວັດຊຽງຄວນເປ່ເພໜັກສ້າງຄວາມລຳບາກຕໍ່ການສັນຈອນ



        ເມື່ອທ້າຍອາທິດຜ່ານມານີ້, ນັກຂ່າວໜັງສືພິມລາວພັດທະນາ ໄດ້ລົງໄປເບິ່ງ ສະພາບເສັ້ນທາງແຕ່ຂົວມິດຕະພາບ I ຫາ ວັດຊຽງຄວນ ເມືອງຫາດຊາຍຟອງ ນະ ຄອນຫລວງວຽງຈັນ ມີສະພາບຊຸດໂຊມ ເປ່ເພຢ່າງໜັກ ໄດ້ສ້າງຄວາມຫຍຸ້ງຍາກລຳ ບາກຕໍ່ການສັນຈອນໄປມາບໍ່ໜ້ອຍບົນເສັ້ນ ທາງດັ່ງກ່າວ, ຈາກການຖາມປະຊາຊົນ ໃກ້ຄຽງໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວຕົກຢູ່ໃນສະພາບເປ່ເພມາຫລາຍປີແລ້ວ ຍ້ອນເປັນ ເສັ້ນທາງເກົ່າແກ່ບໍ່ໄດ້ມີການ ປັບປຸງສ້ອມແປງໃຫ້ດີຈັກເທື່ອ. ຂະນະດຽວກັນ ກໍມີລົດບັນທຸກສິນຄ້າ, ແຮ່-ຊາຍແລ່ນຜ່ານໄປມາ ຕະຫລອດວັນ ອັນເປັນສາເຫດ ຕົ້ນຕໍທີ່ເຮັດໃຫ້ເສັ້ນທາງດັ່ງກ່າວ ເປ່ເພ. ເມື່ອຝົນຕົກກໍເປັນບວກເປັນຕົມ ເມື່ອແດດອອກກໍມີຂີ້ຝຸ່ນ ປິວໄຫງຕະຫລອດວັນ, ເຮືອນປະຊາຊົນທີ່ຢູ່ແຄມທາງຫລາຍ ຫລັງແມ່ນປິດປະຕູສະໜິດເພື່ອບໍ່ໃຫ້ຂີ້ຝຸ່ນປິວເຂົ້າເຮືອນ, ຮ້ານອາຫານຫລາຍແຫ່ງກໍມີຄວາມລຳບາກໃນການເກັບຮັກສາອາ ຫານເພື່ອບໍ່ໃຫ້ຂີ້ຝຸ່ນຈັບ.
          ປັດຈຸບັນ ເພື່ອຫລຸດຜ່ອນ ຈາກສະພາບຂີ້ຝຸ່ນປິວໄຫ່ງແມ່ນມີລົດນ້ຳມາຫົດ 2-3 ຖ້ຽວຕໍ່ມື້ ເຊິ່ງແມ່ນບັນດາຜູ້ປະ ກອບການດູດແຮ່-ຊາຍໃນເມືອງດັ່ງກ່າວ ເປັນຜູ້ອຸປະຖຳ, ແຕ່ກໍພຽງແກ້ໄຂໄດ້ຊົ່ວໄລຍະໃດໜຶ່ງເທົ່ານັ້ນ.

No comments:

Post a Comment