Ad

Ad

10 December 2013

ລາວ-ຫວຽດນາມເພີ່ມທະວີການຮ່ວມມືຂົງເຂດທະນາຄານສະເພາະກິດ



      ໃນວັນທີ 9 ທັນວານີ້, ຢູ່ໂຮງ ແຮມລາວພລາຊາ ນະຄອນຫລວງວຽງຈັນ, ທະນາຄານນະ ໂຍບາຍຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ ຂອງ ສສ ຫວຽດນາມໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຮ່ວມມືຮອບດ້ານ ລະຫວ່າງ ສອງທະນາຄານດັ່ງກ່າວ, ຈາກນັ້ນ ກໍໄດ້ບັນລຸການເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ໂດຍ ມີຈຸດປະສົງເພື່ອເພີ່ມການ ພົວພັນ-ຮ່ວມມືລະ ຫວ່າງທະນາຄານນະໂຍ ບາຍຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ ຂອງ ສສ ຫວຽດນາມ ໃຫ້ແໜ້ນ ແຟ້ນ ແລະ ກ້າວສູ່ລວງເລິກ ໂດຍ ແມ່ນທ່ານ ເສດຖາ ກັນຍາວັນ ຮອງຜູ້ອຳນວຍການໃຫຍ່ທະນາ ຄານນະໂຍບາຍ ແລະ ຕາງໜ້າ ທະນາຄານນະໂຍບາຍສັງຄົມ ຂອງ ສສ ຫວຽດນາມ ໂດຍແມ່ນ ທ່ານ ຫງຽນວັນລີ ຮອງຜູ້ອຳ ນວຍການໃຫຍ່ ທະນາຄານນະໂຍບາຍສັງຄົມຂອງ ສສ ຫວຽດ ນາມ ເປັນຜູ້ລົງນາມໃນສັນຍາດັ່ງ ກ່າວ ເພື່ອເປັນເອກະພາບສືບຕໍ່ຮ່ວມມື, ແລກປ່ຽນປະສົບການໃນຂົງເຂດຕ່າງໆໂດຍສະເພາະ ວິທີການຄຸ້ມຄອງ ແລະ ການບຳລຸງ-ກໍ່ສ້າງພະນັກງານ, ແນວທາງແກ້ ໄຂໜີ້ທີ່ມີຄວາມສ່ຽງ, ຂັ້ນຕອນການໃຫ້ສິນເຊື່ອ, ແລກປ່ຽນບົດ ຮຽນປະສົບການຂອງການສ້າງ- ພັດທະນາໂປຣແກຣມ Core Banking ຕິດພັນກັບວຽກງານບັນຊີ ແລະ ບັນຫາການຍົກລະດັບການພົວພັນ-ຮ່ວມມືຂັ້ນສາຂາຂອງສອງທະນາຄານ.

           ການພົວພັນ-ຮ່ວມມືລະ ຫວ່າງສອງທະນາຄານດັ່ງກ່າວ ໄດ້ມີຂຶ້ນມາແຕ່ທ້າຍເດືອນມິຖຸນາ ຂອງປີ 2010 ຜ່ານມາ ໂດຍສອງ ຝ່າຍໄດ້ຮ່ວມມືແລກປ່ຽນບົດ ຮຽນການພັດທະນາບຸກຄະລາ ກອນ, ການເຄື່ອນ ໄຫວວຽກງານ ວິຊາສະເພາະດ້ານ ທະນາຄານ ແລະ ແລກປ່ຽນປະສົບການຂອງ ການຄຸ້ມຄອງ-ບໍລິຫານ ສິນເຊື່ອ ແລະ ມາຮອດຕົ້ນປີ 2011 ສອງທະນາຄານ ໄດ້ຮ່ວມມືດ້ານວຽກ ງານຄຸ້ມຄອງສາຂາ-ໜ່ວຍບໍລິການ, ວຽກງານບໍລິຫານ-ພັດທະ ນາບຸກຄະລາກອນ, ກົນໄກການ ໃຫ້ສິນ ເຊື່ອ, ການພັດທະນາ ແລະ ນຳ ໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນວຽກງານສະໜອງເງິນກູ້ ນະໂຍບາຍ, ກົນໄກການລະດົມ ທຶນ, ນະໂຍບາຍການລົງທຶນສຳ ລັບລູກຄ້າທີ່ນອນຢູ່ໃນເປົ້າໝາຍນະໂຍບາຍ ແລະ ໃນທ້າຍປີດຽວກັນກໍມີການຮັບຮອງເອົາ ບົດບັນທຶກຄວາມເຂົ້າໃຈສະບັບທີສາມ ເຊິ່ງໄດ້ຢືນຢັນຈະສືບຕໍ່ແລກປ່ຽນ ປະສົບການດ້ານຮູບ ແບບການຈັດຕັ້ງເຄື່ອນ ໄຫວ ສິນເຊື່ອ, ບັນຫາແຫລ່ງທຶນ, ການບໍລິຫານ-ການຄຸ້ມຄອງແຫລ່ງທຶນ, ການກໍ່ສ້າງບຸກຄະລາກອນ, ວຽກງານ ເຕັກໂນໂລຊີຂໍ້ ມູນຂ່າວສານ, ວຽກງານກວດກາ-ກວດສອບພາຍໃນຮູບແບບການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃຫ້ນັບມື້ຫລາຍ ຂຶ້ນ.

No comments:

Post a Comment