Ad

Ad

16 October 2014

ປກສ ແຂວງຫລວງພະບາງຈັບຜູ້ຄ້າຢາບ້າລາຍໃຫຍ່



    ເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກຳລັງເຈົ້າໜ້າທີ່ ຕົນສາມາດມ້າງຂະບວນການຜູ້ຄ້າຂາຍຢາ ເສບຕິດລາຍໃຫຍ່ໃນເຮືອນພັກ ແຫ່ງ ໜຶ່ງຢູ່ເມືອງນ້ຳບາກ, ແຂວງຫລວງພະບາງຈັບຜູ້ຕ້ອງຫາໄດ້ສອງຄົນຄື: ທ້າວ ວາເນັງ ທໍ ອາຍຸ 30 ປີຢູ່ບ້ານຫ້ວຍເວີ, ເມືອງນ້ຳບາກ, ແຂວງຫລວງພະບາງ ແລະ ທ້າວ ຈະປໍຮາ ອາຍຸ 35 ປີຢູ່ບ້ານຫລັກ 18, ເມືອງ ແລະ ແຂວງຫລວງນ້ຳທາ, ພ້ອມຂອງ ກາງຢາບ້າ 8 ພັນເມັດເຈົ້າໜ້າທີ່ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດຳເນີນຄະດີ, ໂດຍ ທັງສອງຄົນຮັບສາລະພາບກັບເຈົ້າໜ້າ ທີ່ວ່າ: ໄດ້ເຄື່ອນໄຫວຄ້າຢາບ້ານຳກັນຫລາຍຄັ້ງເພື່ອໄປຈຳໜ່າຍໃຫ້ລູກຄ້າໃນເມືອງ ຫລວງພະບາງ ແລະ ເມືອງໃກ້ຄຽງເຊິ່ງຊື້ ມາຈາກຂະບວນການຄ້າຂາຍຢາເສບຕິດຢູ່ແຂວງບໍ່ແກ້ວ ແລະ ປະ ເທດມຽນມາ, ໂດຍເຈົ້າໜ້າທີ່ຈະໄດ້ສືບສວນ-ສວບສວນ ຂະຫຍາຍຜົນຕື່ມເພື່ອເອົາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

    ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນນີ້, ສານປະຊາຊົນແຂວງສະຫວັນນະເຂດ, ໄດ້ຕັດສິນລົງໂທດນາງ ຄູນເຮືອນ (ເຕ້ຍ) ອາຍຸ 28 ປີ, ຢູ່ບ້ານໄຊຍະພູມ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດໃຫ້ຈຳຄຸກເປັນ ເວລາ 5 ປີ ພ້ອມປັບໃໝເງິນ 10 ລ້ານກີບ, ຊຶ່ງຖືກເຈົ້າໜ້າທີ່ຈັບຕົວເມື່ອເດືອນກຸມພາ 2014 ໃນຂໍ້ຫາຄ້າຂາຍຢາເສບຕິດ, ໂດຍມີຂອງກາງຢາບ້າ 8 ເມັດຊຸກ ເຊື່ອງໄວ້ໃນຖົງໂສ້ງ.

No comments:

Post a Comment