Ad

Ad

16 October 2014

ທະນາຄານຊາຄອມແບັງສາຂາ ສປປ ລາວ ເປີດນຳໃຊ້ບັດຊຳລະ ແລະ ບັດສິນເຊື້ອສາກົນ



   ວັນທີ 15 ຕຸລານີ້ທະນາຄານຮຸ້ນສ່ວນການຄ້າ ໄຊງ່ອນ ເທືອງ ຕິ່ນ (Sacom bank) ໄດ້ຈັດພິທີເປີດ ຕົວ 3 ຜະລິດຕະພັນ ໃໝ່ຂອງຕົນ ປະກອບມີ: ບັດຊຳລະພາຍໃນ Sacombank ລາວ; ບັດຊຳລະ ສາກົນ VISA Sacombank ລາວ  ແລະ ບັດສິນເຊື່ອສາກົນ VISA Sacombank ລາວ ຂຶ້ນຢູ່ນະຄອນຫຼວງວຽງຈັນ, ເພື່ອຕອບສະຫນອງຮູບການຊຳລະທີ່ຫຼາກ ຫຼາຍ, ທັນສະໄໝ, ສະດວກ ແລະ ປອດໄພໃຫ້ແກ່ລູກຄ້າ, ໂດຍການເຂົ້າຮ່ວມຂອງທ່ານ ຟາມ ກວາງຟູ ອຳນວຍການໃຫຍ່ທະນາຄານຊາຄອມແບັງສາຂາປະເທດລາວ, ທ່ານ ຫງວຽວນ ບາ ຈິ ຮອງອຳນວຍການ ໃຫຍ່ທະນາຄານຊາຄອມແບັງຫວຽດນາມ, ທ່ານ ນາງ ບົວລອນ ວົງດາລາແສງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍພະນັກງານ ແລະ ລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
   ຜູ້ອຳນວຍການໃຫຍ່ທະນາຄານຊາຄອມແບັງສາຂາປະເທດລາວກ່າວໃນພິທີວ່າ: ທະນາຄານຊາຄອມແບັງແມ່ນທະນາ
ຄານຮຸ່ນສ່ວນການຄ້າຫວຽດນາມທຳອິດທີ່ມີສາຂາໃນ ສປປ ລາວ. ຫຼັງຈາກ 6 ປີ ທີ່ໄດ້ເຄື່ອນ ໄຫວຊາຄອມແບັງໄດ້ເຂົ້າມາ ເປັນສ່ວນໜຶ່ງໃນການພັດທະນາເສດຖະກິດຂອງລາວດ້ວຍຮູບການສະໜອງຜະລິດຕະພັນດ້ານການລົງທຶນທຸກຮູບແບບ ແລະ ການບໍລິການດ້ານທະນາຄານທີ່ທັນສະໄໝໃຫ້ກັບລູກຄ້າ, ວິສາຫະກິດ, ບຸກຄົນໃນ ສປປ ລາວ ກໍຄືຊາວຫວຽດນາມ ທີ່ອາໄສ ຢູ່ລາວ ແລະ ວິສາຫະກິດຫວຽດນາມທີ່ມີການລົງທຶນໃນລາວ ເຮັດໃຫ້ທະນາຄານຕົນໄດ້ຮັບຄວາມໄວ້ເນື້ອເຊື່ອ ໃຈຈາກປະ ຊາຊົນໃນທ້ອງຖິ່ນນັບມື້ຫຼາຍຂຶ້ນ, ເປັນການຢືນຢັງເຖິງຄວາມໜ້າເຊື່ອຖືຂອງທະນາຄານຫວຽດນາມ ແລະ ສາມາດເວົ້າໄດ້ວ່າ ຕະຫຼາດຢູ່ປະເທດລາວເປັນຕະຫຼາດທີ່ດີ, ດັ່ງນັ້ນ ຊາຄອມແບັງຈຶ່ງໄດ້ຄົ້ນຄວ້າພັດທະນາກ່ຽວກັບຜະ ລິດຕະພັນຂອງຕົນໃຫ້ດີ ຂຶ້ນ ແລະ ໃນມື້ນີ້ ເຮົາໄດ້ເປີດຕົວ 3 ຜະລິດຕະພັນຂຶ້ນມາ, ຊຶ່ງປະກອບມື: ບັດຊຳລະພາຍໃນ, ບັດຊຳລະສາກົນ ແລະ ບັດສຳ ລະສິນເຊື້ອສາກົນ, ດ້ວຍປະສົບການຫຼາຍກວ່າ 10 ໃນການສະໜອງຜະລິດຕະພັນບັດ ອອກສູ່ຕະຫຼາດ, ພ້ອມກັບລາງວັນ ຕ່າງໆທີ່ໄດ້ຮັບຄືລາງວັນທະນາຄານກ່ຽວກັບຍອດຄົນນຳໃຊ້ບັດເປັນອັນດັບ ຕົ້ນໆ ຂອງປະເທດຫວຽດນາມ ແລະ ເປັນໜຶ່ງໃນ 3 ຂອງທະນາຄານທີ່ມີຍອດອອກບັດຫຼາຍທີ່ສູດໃນຫວຽດນາມ ແລະ ອື່ນໆ, ຊາຄອມແບັງມີຄວາມໝຸ້ງໝັ້ນທີ່ຈະ ສະໜອງ ຜະລິດຕະພັນຂອງຕົນໃຫ້ລູກຄ້າດ້ວຍຄວາມຫຼາກຫຼາຍ, ສະດວກໄປພ້ອມ ກັບນະໂຍບາຍພິເສດໃຫ້ເຈົ້າຂອງບັດຊາຄອມ ແບັງ, ໄລຍະອັນໃກ້ນີ້ ຊາຄອມແບັງຈະສືບຕໍ່ລົງທຶນພັດທະນາພື້ນຖານ ໂຄງລ່າງເຕັກນິກໃຫ້ມີຄວາມທັນສະໄໝ, ເພີ່ມຕູ້ເອທີ ເອັມ, ເຄື່ອງ POS (ເຄື່ອງຮູດບັດ) ແລະ ຈະຄົ້ນຄ້ວາເພື່ອໃຫ້ ມີຫຼາຍຜະລິດຕະພັນເພື່ອຮັບໃຊ້ສັງຄົມ ແລະ ຕອບສະໜອງ ຄວາມຕ້ອງຂອງລູກຄ້າຫຼາຍຂຶ້ນ.

No comments:

Post a Comment