ໃນວັນທີ 15 ຕຸລານີ້, ຄະນະບໍລິຫານງານສູນກາງສະຫະພັນກຳມະບານ ລາວໄດ້ຈັດກອງປະຊຸມຄົບຄະ ນະຄັ້ງທີ
5 ສະໄໝ ທີ VI, ຂອງຕົນຂຶ້ນຢູ່ຫໍປະຊຸມ ແຫ່ງຊາດນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ
ຄຳຫລ້າ ລໍລອນສີ ປະ ທານສູນກາງສະຫະພັນກຳມະບານລາວ, ມີຫົວໜ້າສະຫະພັນກຳມະ ບານລາວບັນດາແຂວງ
ແລະ ຮາກຖານຕ່າງໆໃນທົ່ວປະເທດເຂົ້າຮ່ວມຢ່າງພ້ອມ ພຽງ.
ໃນໂອກາດກ່າວເປີດກອງປະຊຸມທ່ານປະທານສູນກາງສະຫະພັນກຳມະບານລາວມີຄຳ
ເຫັນຕໍ່ກອງປະຊຸມວ່າ: ກອງປະ ຊຸມຄົບຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສະ
ຫລຸບລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງກຳມະບານໃນ 1 ປີຜ່ານມາ, ເຊິ່ງ ເປັນໄລຍະທ້າຍຂອງສະໄໝ
ແລະ ປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ VII, ປະກອບຄຳເຫັນໃສ່ຮ່າງເນື້ອໃນຂໍ້
ແຂ່ງຂັນ 2 ດີ 5 ເປັນເຈົ້າຂອງກຳມະບານ ແລະ ເອກະສານສຳຄັນ ອື່ນໆອີກຈຳນວນໜຶ່ງ. ພ້ອມນັ້ນກອງປະຊຸມຍັງຈະໄດ້ດຳເນີນການສຳ
ຫລວດກວດກາພາຍໃນຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວໃນການຊີ້ນຳ-ນຳພາວຽກງານຂອງຕົນນັບແຕ່
ກອງປະຊຸມໃຫຍ່ຄັ້ງທີ Vi ຂອງກຳມະບານລາວຈົນເຖິງປັດຈຸບັນ, ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງເພື່ອປັບປຸງ
ແກ້ໄຂ ເຮັດໃຫ້ການນຳພາວຽກງານກຳມະບານ, ມີປະສິດທິຜົນດີຂຶ້ນກວ່າເກົ່າ. ທ່ານປະທານ ສູນກາງກຳມະບານກ່າວວ່າ:
ນັບແຕ່ກອງ ປະຊຸມສະໄໝສາມັນຄັ້ງທີ 4 ສະໄໝທີ VI ເປັນຕົ້ນມາສະຫະພັນກຳມະບານລາວໄດ້ເຄື່ອນໄຫວປະຕິບັດ ພາລະບົດບາດຂອງ
ຕົນສຳເລັດຫລາຍດ້ານໃນນີ້ ສະເພາະວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ ອອກແຮງງານ,
ທາງອົງ ການໄດ້ເຄື່ອນໄຫວດ້ວຍຫລາຍຮູບການ ເຊັ່ນ: ໄດ້ເຂົ້າຮ່ວມກອງປະຊຸມປັບປຸງກົດໝາຍແຮງງານ,
ກົດໝາຍປະກັນສັງຄົມ, ສົນທິສັນຍາສາກົນ ແລະ ອື່ນໆ,
ຊຸກຍູ້ ແລະ ນຳພາສ້າງສັນຍາແຮງ ງານມາຮອດປັດຈຸບັນໄດ້ທັງ ໝົດ 432 ແຫ່ງ; ຮັບຄຳ ຮ້ອງທຸກ
ແລະ ໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງ; ທວງເງິນຄ່າແຮງງານໃຫ້ກຳມະກອນເປັນເງິນ 440 ລ້ານກວ່າ ກີບ;
ຄົ້ນຄວ້າພິຈາລະ ນາຄຳຮ້ອງທຸກຂອງອະດີດພະນັກງານ, ກຳມະກອນບໍ່ຫີນກາວແຂວງສະຫວັນນະເຂດ ເປັນເງິນ
10 ຕື້ກີບ; ໃຫ້ຄຳປຶກສາທາງ ດ້ານກົດໝາຍ; ຕິດຕາມ ແລະ ກວດກາການປະຕິບັດຄ່າແຮງງານຂັ້ນຕ່ຳຂອງກຳມະ ກອນຕາມໂຮງຈັກໂຮງງານຕ່າງໆ,
ສະເໜີ ຂຶ້ນຄ່າແຮງງານຂັ້ນຕ່ຳຕໍ່ກອງປະຊຸມ 3 ຝ່າຍ, ໃນປັດຈຸບັນທົ່ວປະເທດມີແຮງງານ ທີ່ມີວຽກເຮັດງານທຳທັງໝົດ
551.254 ຄົນ, ມີຫົວໜ່ວຍແຮງງານ 45.274 ແຫ່ງ. ນອກຈາກນີ້ ທາງອົງການ ຍັງໄດ້ລົງ ເຄື່ອນໄຫວຕິດຕາມການດຳລົງຊີວິດຂອງແຮງ
ງານຢູ່ຕາມໂຮງຈັກໂຮງງານດັ່ງກ່າວ, ຕິດຕາມການຂຶ້ນທະບຽນຂອງແຮງງານ ລາວ ແລະ ຮູ້ວ່າມາຮອດປັດຈຸບັນມີແຮງງານ
ລາວໄປເຮັດວຽກຢູ່ຕ່າງປະເທດ 86.125 ຄົນ, ໄດ້ເຂົ້າຮ່ວມການຄຸ້ມຄອງແຮງ ງານເຄື່ອນຍ້າຍຢູ່ແຂວງຈຳປາສັກຮ່ວມກັບອົງ
ການ AAT ໃນນັ້ນຮັບແຮງງານກັບຄືນ 6.186 ຄົນ, ພ້ອມທັງໃຫ້ການຊ່ວຍ ເຫລືອແຮງງານທີ່ຖືກຫລອກໄປເຮັດວຽກຢູ່ຕ່າງ
ປະເທດມີຈຳນວນ 11 ຄົນ, ໃຫ້ຄຳປຶກສາສຳລັບແຮງງານເຄື່ອນຍ້າຍ ຢູ່ແຂວງສະຫວັນນະເຂດ 215 ຄົນ ແລະ
ໄປຮັບແຮງງານ ລາວທີ່ຖືກສົ່ງກັບຄືນປະເທດ 215 ຄົນ.
No comments:
Post a Comment