Ad

Ad

16 October 2014

ການກໍ່ສ້າງເສັ້ນທາງຮ່ອມບ້ານຫາດຊາຍຂາວ-ດົງສະຫວາດຍາວ 2 ກວ່າກິໂລແມັດຊັກຊ້າຍ້ອນບັນຫາສິ່ງກີດຂວາງ



    ໂຄງການກໍ່ສ້າງເສັ້ນທາງເບຕົງເຂົ້າຮ່ອມບ້ານຫາດຊາຍຂາວຫາບ້ານດົງສະຫວາດ ເມືອງຫາດຊາຍຟອງ ນະຄອນຫລວງ ວຽງຈັນ ທີ່ມີຄວາມຍາວ 2 ກວ່າກິໂລແມັດ, ກວ້າງ 8 ແມັດ, ມີມູນຄ່າກໍ່ສ້າງສູງເຖິງ 42 ຕື້ກວ່າກີບ, ໂດຍແມ່ນການລົງທຶນ ຮັບເໝົາກໍ່ສ້າງກ່ອນ 100% ຂອງບໍລິສັດ ແສງວິໄຊ ກໍ່ສ້າງຂົວທາງ ຈຳກັດໂດຍໄດ້ ເລີ່ມລົງມືກໍ່ສ້າງ, ມາແຕ່ເດືອນເມສາ 2014 ເປັນຕົ້ນມາ ແລະ ຄາດວ່າຈະໃຫ້ສຳ ເລັດພາຍໃນ 3 ປີ. ແຕ່ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າປະມານ 10% ໂດຍສະເພາະແມ່ນຢູ່ໃນຂັ້ນຕອນການອະນາໄມບ່າສອງຝາກທາງ, ແຕ່ປະຊາຊົນທີ່ສັນຈອນໄປມາໃນເສັ້ນທາງດັ່ງກ່າວເຫັນ ວ່າການກໍ່ສ້າງແມ່ນມີລັກສະນະຊັກຊ້າຢຸດໆຢ່ອນໆສ້າງຄວາມລຳບາກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນຜ່ານໄປມາບົນເສັ້ນທາງ ດັ່ງກ່າວ ແລະ ຕໍ່ບັນຫານີ້, ນັກຂ່າວພວກເຮົາໄດ້ໄປຖາມທ່ານ ພູທົງ ລັດຕະນະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ຄວາມຈິງແລ້ວການກໍ່ສ້າງເສັ້ນທາງສາຍນີ້ແມ່ນໄດ້ດຳເນີນມາເປັນປົກກະຕິ,
ແຕ່ວ່າກ່ອນໜ້ານີ້ ແມ່ນເປັນໄລຍະລະດູຝົນຈຶ່ງໄດ້ຢຸດການກໍ່ສ້າງຊົ່ວຄາວ, ອີກບັນຫາໜຶ່ງການກໍ່ສ້າງແມ່ນກວມເອົາເສົາໄຟ ຟ້າແຮງສູງຈຳນວນ ຫລາຍຕົ້ນ ແລະ ທໍ່ນ້ຳປະປາໃຫຍ່ອີກຫລາຍຈຸດ, ດັ່ງນັ້ນຕ້ອງໄດ້ຮັບອະນຸຍາດຈາກສອງພາກສ່ວນນີ້ກ່ອນ ຈຶ່ງສາມາດຍົກຍ້າຍ ເສົາໄຟຟ້າ ແລະ ທໍ່ນ້ຳປະປາອອກຈາກ ເນື້ອທີ່ກໍ່ສ້າງໄດ້ຈຶ່ງເປັນສາເຫດໜຶ່ງເຮັດໃຫ້ການກໍ່ສ້າງຊັກຊ້າ, ເຊິ່ງຄາດວ່າຈະໄດ້ເລີ່ມ ລົງມືຍົກຍ້າຍໃນທ້າຍເດືອນນີ້, ໂດຍບໍລິສັດຜູ້ຮັບເໝົາຈະເລັ່ງກໍ່ສ້າງໃຫ້ສຳເລັດກ່ອນກຳນົດ, ເນື່ອງຈາກໄດ້ກຽມວັດຖຸອຸປະ ກອນ, ກົນຈັກພາຫະນະພ້ອມຮຽບຮ້ອຍແລ້ວ. ສະນັ້ນ, ໃນໄລຍະດຳເນີນການກໍ່ສ້າງນີ້, ຂໍໃຫ້ຜູ້ໃຊ້ລົດໃຊ້ຖະໜົນກໍຄືປະຊາ ຊົນທີ່ອາໄສຢູ່ຕາມເສັ້ນທາງດັ່ງກ່າວຄ່ອຍໄປຄ່ອຍມາ ແລະ ຂັບຂີ່ດ້ວຍຄວາມລະວັງເພື່ອ ຮັບປະກັນຄວາມປອດໄພ ແລະ ຫລີກລ້ຽງການເກີດອຸປະຕິເຫດ.  

No comments:

Post a Comment