ໃນວັນທີ 15 ຕຸລານີ້, ຢູ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ,
ໄດ້ມີກອງປະຊຸມຂະແໜງການຄ້າ ແລະ ພາກທຸລະກິດຄັ້ງທີ 6, ກອງປະຊຸມ ເທື່ອນີ້, ຜູ້ຕາງໜ້າຈາກກະຊວງ
ອຸດສະຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສະຫະກຳ, ສະມາຄົມທຸລະກິດ, ຄູ່ຮ່ວມພັດທະນາ,
ທູຕານຸທູດ, ອົງການຈັດຕັ້ງ ສາກົນປະຈຳລາວ, ໄດ້ຮ່ວມກັນປຶກ ສາຫາລືເນັ້ນໃສ່ແກ້ໄຂສິ່ງກິດຂວາງທີ່ເປັນ ອຸປະສັກແກ່ການລົງທຶນ
ແລະ ການຂະຫຍາຍຕົວຂອງໂຮງຈັກໂຮງງານ ແລະ ຂະແໜງບໍລິການຂອງລາວ. ໂດຍສະເພາະການ ສົ່ງເສີມບັນດາຂະແໜງການທີ່ບໍ່ແມ່ນຊັບພະຍາກອນທຳມະຊາດໃຫ້ກາຍ
ເປັນຍຸດທະສາດເປັນຕົ້ນ: ສົ່ງເສີມຄວາມອາດສາມາດໃນການແຂ່ງຂັນທີ່ເປັນໄປໄດ້, ສົ່ງເສີມການເຂົ້າຮ່ວມຂອງຜູ້ທຸກຍາກໃນ
ວົງກວ້າງ ແລະ ຂົງເຂດທີ່ພັດທະນາເປັນຕະຫລາດໄດ້ເພື່ອສາມາດບັນລຸການເຕີບໂຕທີ່ດີ ແລະ ໝັ້ນທ່ຽງ.
ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສະຫະກຳ
ແລະ ການຄ້າ ກ່າວວ່າ: ການຂະຫຍາຍຕົວ ດ້ານການຂຸດຄົ້ນຊັບພະຍາກອນທຳມະຊາດໄດ້ສ້າງຜົນປະໂຫຍດອັນມະຫາສານໃຫ້ແກ່ພື້ນຖານເສດຖະກິດຂອງຊາດເຫັນໄດ້
ຈາກຕົວເລກເສດຖະກິດທີ່ຂະຫຍາຍຕົວສູງໃນແຕ່ລະປີ, ມີລາຍຮັບງົບປະມານເພີ່ມຂຶ້ນ, ພື້ນຖານໂຄງລ່າງມີການພັດທະນາ,
ນອກຈາກນີ້ດ້ານລະບຽບກົດໝາຍຕ່າງໆກໍໄດ້ຮັບການປັບປຸງດີຂຶ້ນ. ແຕ່ແນວໃດກໍຕາມ, ການອາໄສຂະແໜງການຊັບພະຍາ
ກອນທຳມະຊາດຫລາຍເກີນໄປເພື່ອການຂະຫຍາຍຕົວທາງເສດຖະກິດອາດກໍ່ໃຫ້ເກີດຄວາມສ່ຽງຢ່າງຮ້າຍແຮງຕໍ່ການພັດທະ
ນາແບບຍືນຍົງຂອງປະເທດເຮົາ.
ທ່ານອຸປະທູດສະຫະພາບເອີຣົບປະຈຳລາວ ກ່າວວ່າ: ການໃຫ້ທຶນຊ່ວຍເຫລືອຈາກບັນດາຄູ່ຮ່ວມແກ່
ສປປ ລາວ ເພື່ອ ເພີ່ມທະວີບູລິມະສິດການພັດທະນາຂະແໜງການຄ້າ ແລະ ພາກທຸລະກິດແມ່ນມີຄວາມສຳຄັນຫລາຍ
ແລະ ຄາດຄະເນວ່າ ນັບແຕ່ປີ 2012-2018 ການຊ່ວຍເຫລືອດ້ານການເງິນຈະສູງເຖິງ 50 ລ້ານໂດລາສະຫະລັດ
ເພື່ອຊ່ວຍເຫລືອດ້ານວິຊາການ ແກ່ລັດຖະບານໃນການປັບປຸງນະໂຍບາຍທີ່ກ່ຽວຂ້ອງ, ສ້າງນິຕິກຳ,
ສູນຂໍ້ມູນຂ່າວສານ ແລະ ໜ່ວຍງານຈັດຕັ້ງປະຕິບັດໂດຍ ໃຫ້ສອດຄ່ອງກັບລະບຽບ ແລະ ມາດຕະຖານຂອງອົງການການຄ້າໂລກ
ແລະ ອາຊຽນ, ລວມທັງສະໜັບສະໜູນດ້ານການ ເງິນ ແລະ ເຕັກນິກໂດຍກົງໃຫ້ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ
ແລະ ກາງເຊິ່ງແມ່ນພາກສ່ວນສຳຄັນເພື່ອສ້າງຄວາມ ຫລາກຫລາຍທາງເສດຖະກິດທີ່ຂະຫຍາຍຕົວໝັ້ນທ່ຽງ.
No comments:
Post a Comment