Ad

Ad

17 February 2015

ຄະດີໄມ້ເຖື່ອນເກີດຂື້ນຫລາຍໃນປີຜ່ານມາ



    ທ່ານພັນເອກ ທອງສະຫວັດ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫລວດ ເສດຖະກິດ, ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ໃນກອງປະຊຸມສະຫລຸບ ວຽກ ງານປະຈຳປີ 2014 ຂອງກົມຕຳຫລວດເສດຖະກິດ ເມື່ອທ້າຍອາທິດຜ່ານມານີ້ວ່າ: ປີຜ່ານມາ,ທົ່ວປະເທດມີຄະດີທາງເສດຖະກິດເກີດຂື້ນທັງໝົດ 391 ເລື່ອງ, ກັກ ຜູ້ຕ້ອງຫາໄດ້ 98 ຄົນ, ຍິງ 27 ຄົນ, ລວມມູນຄ່າຜົນເສຍຫາຍຫລາຍກວ່າ 17 ຕື້ກີບ, 219 ລ້ານກວ່າບາດ (ສະກຸນເງິນໄທ), 1 ລ້ານກວ່າໂດລາສະຫະລັດ, 2 ແສນກວ່າຢວນ (ສະກຸນເງິນຈີນ), ໂທລະສັບ 646 ໜ່ວຍ, ລົດໃຫຍ່ 13 ຄັນ ແລະ ອື່ນໆ, ສາມາດແກ້ໄຂໄດ້ 305 ເລື່ອງ, ພົ້ນເດັ່ນກວ່າໝູ່ແມ່ນຄະດີຄ້າຂາຍໄມ້ເຖື່ອນມີ 169 ເລື່ອງ, ມີບໍລິມາດຫລາຍສີບພັນແມັດກ້ອນ, ໃນນັ້ນແກ້ໄຂໄດ້ 160 ເລື່ອງ ແລະ ສາມາດເກັບກູ້ຄືນມາໄດ້ເງິນ 1,9 ຕື້ກີບ, 6 ລ້ານກວ່າບາດ, 30 ພັນກວ່າໂດລາສະ ຫະລັດ,ໄມ້ແປຮູບ 37 ພັນໂຕ ແລະ 1.681 ທ່ອນ, ສ່ວນຮອງລົງມາກໍແມ່ນຄະດີກ່ຽວກັບການສໍ້ໂກງຊັບພົນລະເມືອງ ແລະ ອື່ນໆ.

     ທ່ານຮອງຫົວໜ້າກົມໃຫຍ່ຕຳຫລວດເສດຖະກິດກ່າວວ່າ: ໃນຕໍ່ໜ້ານີ້,ຈະເລັ່ງຍົກລະດັບວິຊາສະເພາະໃຫ້ພະນັກ ງານນັກ ຮົບໃນວຽກງານສືບສວນ-ສອບສວນ,ການດຳເນີນຄະດີໃຫ້ຮັດກຸມ ແລະ ມີປະສິດທິພາບສູງຂື້ນກວ່າເກົ່າ, ເພື່ອໃຫ້ຮູ້ທັນເລ ລ່ຽມ ແລະ ວີທີການເຄື່ອນໄຫວກໍ່ອາດສະຍາກຳຂອງພວກກຸ່ມຄົນບໍ່ດີ ເພື່ອສະກັດກັ້ນປ້ອງກັນແຕ່ຫົວທີ,ພ້ອມທັງຮັບປະກັນ ໃຫ້ການດຳເນີນຄະດີມີຄວາມເຂັ້ມງວດ,ໂປ່ງໃສ,ຍຸຕິທຳ ແລະ ວ່ອງໄວ.
     ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອທ້າຍອາທິດຜ່ານມາ,ສານນະຄອນຫລວງວຽງຈັນ,ກໍໄດ້ຕັດສີນລົງໂທດນາງ ລີຕ້າ ອາຍຸ 34 ປີຢູ່ ບ້ານຮ່ອງແກ,ເມືອງໄຊເສດຖາ,ນະຄອນຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ 3 ປີ,ພ້ອມປັບໃໝ 3 ລ້ານກີບ ແລະ ຮັບຜິດ ຊອບທາງແພ່ງ 555 ລ້ານກີບ,ໃນຂໍ້ຫາຍັກຍອກຊັບພົນລະເມືອງ ແລະ ປອມແປງເອກກະສານ, ເຊີ່ງເມື່ອປີ 2010 ຜູ້ກ່ຽວ ໄດ້ເປັນພະນັກງານບັນຊີຢູ່ບໍລິສັດກໍ່ສ້າງແຫ່ງໜຶ່ງ ໂດຍມີໜ້າທີ່ຮັບພິຊອບໃນການຖອນເງິນ ແລະ ຊຳລະຄ່າໃຊ້ຈ່າຍຕ່າງໆ ຂອງບໍລິສັດ,ດັ່ງນັ້ນຈຶ່ງສວຍໂອກາດຍັກຍອກເອົາເງິນບໍລິສັດດ້ວຍການດັດແປງ ແລະ ຕື່ມຕົວເລກໃບແຊກຈ່າຍເງີນຂອງ ຫົວໜ້າບໍລິສັດຈຳນວນ 21 ຄັ້ງ ລວມເປັນເງິນ 740 ລ້ານກວ່າກີບ, ແຕ່ຜູ້ກ່ຽວໄດ້ເອົາເງີນມາມອບຄືນໃຫ້ບໍລິສັດ 270 ລ້ານກວ່າກີບ ແລະ ຍັງເຫລືອ 555 ລ້ານກວ່າກີບ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດ ໝາຍເມື່ອເດືອນກັນຍາ 2013.

No comments:

Post a Comment