ໃນຄ່ຳຄືນວັນທີ
13 ກຸມພາຜ່ານມາ,
ບໍລິສັດ LTH ໄດ້ຈັດພິທີເປີດຫ້ອງການຂາຍ ແລະ ສູນບໍລິການຫລັງການຂາຍ ຂຶ້ນທີ່ບ້ານຝາຍ,
ເມືອງສີສັດຕະນາກ ນະ ຄອນຫລວງວຽງຈັນ,
ເພື່ອນຳສະເໜີ ສູນບໍລິການຫລັງການຂາຍທີ່ມີຄວາມເປັນເອກະລັກ, ທັນສະໄໝ ແລະ ສະດວກສະບາຍ ແລະ ປະກາດການເປັນຕົວແທນຈຳໜ່າຍຢ່າງເປັນທາງການຜະລິດຕະພັນແອບເປີ້ນ (Apple) ແລະ
ອອບໂປ (Oppo), ໂດຍການເຂົ້າຮ່ວມຂອງທ່ານ ດຣ. ແກ້ວພິລາວັນ ອະໄພລາດ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ທ່ານ
ຖະໜອມ ທຳທອງ ເຈົ້າເມືອງໆໄຊເສດຖາ ພ້ອມດ້ວຍພາກສ່ວນກ່ຽວ
ຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
ໃນໂອກາດດັ່ງກ່າວ ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ກໍໄດ້ສະແດງຄວາມຂອບໃຈທີ່ບໍລິສັດ
LTH ທີ່ໄດ້ໄວ້ວາງໃຈໃຫ້ ສປປ ລາວ ກໍຄືນະຄອນຫລວງວຽງຈັນ ເປັນທາງເລືອກໜຶ່ງໃນການເປີດຫ້ອງຂາຍ
ແລະ ສູນບໍລິການຫລັງການຂາຍ
ແລະ ຫວັງວ່າຈະເປັນກຳລັງແຮງອັນໜຶ່ງໃນການກະຕຸກຊຸກຍູ້ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງ
ສປປ ລາວ ມີການຈະເລີນເຕີບໂຕຂຶ້ນເລື້ອຍໆ.
ທ່ານ ແຈັກ ໄຊຊະນະ ຜູ້ອຳນວຍການ ບໍລິສັດ LTH ກ່າວວ່າ:
ຫ້ອງຂາຍ ແລະ ສູນບໍລິ ການຫລັງການຂາຍແຫ່ງນີ້ ຈະເປັນບ່ອນທີ່ທຸກຄົນສາມາດເຂົ້າມາຮັບເອົາຂໍ້ມູນອັນຫລາກຫລາຍກ່ຽວກັບຜະລິດຕະພັນຂອງ ແອັບໂປ
ແລະ ອອບໂປ ທີ່ມີຄວາມເປັນເອກະລັກ ແລະ ທັນສະໄໝ, ສະດວກສະບາຍໃນການເລືອກຊື້ ແລະ ສ້ອມແປງ, ເຊິ່ງພ້ອມແລ້ວ ໃນການເປີດໃຫ້ບໍລິການທີ່ໄດ້ມາດຕະຖານ
ແລະ ມີຄຸນນະພາບທີ່ດີສຳລັບທ່ານ.
No comments:
Post a Comment