ໃນຕອນບ່າຍວັນທີ 13 ກຸມພາຜ່ານມາ, ຢູ່ຫ້ອງການບ້ານດົງປ່າລານທົ່ງ, ເມືອງສີສັດຕະນາກ,
ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອ ແລະ ເງິນຈຳນວນໜຶ່ງ ຈາກພາກສ່ວນຕ່າງໆທີ່ມີຈິດໃຈສັດທາຄື:
ນາງແຄັດທະລີນ ສະວິດ ເປັນຄົນອົດສະຕາລີ ໄດ້ລວບລວມເງິນຈຳນວນໜຶ່ງ ກັບໝູ່ເພື່ອນທີ່ເຄີຍອາໃສຢູ່ລາວ ແລະ ຕ່າງປະເທດ ນຳມາມອບໃຫ້ຄອບຄົວ ຜູ້ປະສົບເຄາະຮ້າຍຈາກໄຟໃໝ້ດັ່ງກ່າວ ຈຳນວນ
24 ລ້ານກີບ ແລະ
ບໍລິສັດ GEI ກໍໄດ້ມອບເຄື່ອງໃຊ້ສອຍປະຈຳວັນ ປະກອບມີ:
ແຟັບ, ສະບູ, ສະໄລ ແລະ ອື່ນໆ, ພ້ອມກັນນີ້ ນາຍບ້ານບ້ານດົງປ່າລານທົ່ງ ຍັງໄດ້ມອບເງິນ ແລະ ເຄື່ອງໃຊ້ທີ່ຈຳເປັນຈຳນວນໜຶ່ງ ທີ່ໄດ້ລົງໄປລະດົມທຶນກັບລູກບ້ານຂອງຕົນ ເພື່ອຊ່ວຍເຫລືອ 28 ຄອບ ຄົວທີ່ໄດ້ຮັບເຄາະຮ້າຍຈາກໄຟໃໝ້ດ່ັງກ່າວ ເປັນຈຳນວນເງິນ 18 ລ້ານກີບ.
ດັ່ງນັ້ນ, ຜູ້ທີ່ມີຈິດໃຈສັດທາຢາກຊ່ວຍເຫລືອຄອບຄົວຜູ້ຖືກເຄາະຮ້າຍດ່ັງກ່າວ
ແມ່ນສາມາດພົວພັນໄປຫ້ອງການບ້ານດົງປ່າລານທົ່ງໂດຍກົງ
ຫລື ຕິດຕໍ່ໄປທີ່ເບີໂທ
020 5561 6744, 020 9977 2698 ໄດ້ທຸກເວລາ.
No comments:
Post a Comment