Ad

Ad

20 May 2016

ທ່ານ ສີນລະວົງ ຄຸດໄພທູນ ໄດ້ຮັບ​ເລືອກເປັນ​ເຈົ້າຄອງນະຄອນຫລວງວຽງຈັນອີກສະໄໝໜຶ່ງ


         ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນນະຄອນ ຫລວງວຽງຈັນຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການແຕ່ວັນທີ 18-20 ພຶດສະພານີ້, ໂດຍໄດ້​​ເລືອກຕັ້ງເອົາທ່ານ ດຣ ສິນລະວົງ ຄຸດ​​ໄພທູນເປັນເຈົ້າຄອງນະຄອນຫລວງວຽງຈັນອີກສະໄໝໜຶ່ງ,​ ເລືອກຕັ້ງເອົາທ່ານ ດຣ ອານຸພາບ ຕຸນາລົມເປັນປະທານສະພາປະຊາຊົນນະຄອນ ຫລວງວຽງຈັນ, ທ່ານ ອຸດອນໄຊມົນຕີ, ທ່ານນາງ ຄຳຟອງ ພູມວົງໄຊເປັນຮອງປະທານແລະ ທ່ານພັນໂທ ຈັນທະລາ ອຸດົມສຸກເປັນກຳມະການປະຈຳ. ນອກຈາກນີ້, ຍັງເລືອກເອົາທ່ານພັນເອກ ອິນທະລົງໄຊຍະບຸດສີເປັນຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ທ່ານພັນເອກ ສີພອນ ຈັນສົມວົງເປັນຫົວໜ້າກອງບັນຊາການທະຫານນະຄອນຫລວງວຽງຈັນ, ທ່ານ ຄຳພັນ ມາລາບັນດິດເປັນຫົວໜ້າພະແນກການເງິນ, ທ່ານ ລາດຊະວົງ ອໍາມະຣະທິທາດາເປັນຫົວໜ້າພະແນກກວດກາລັດ, ທ່ານນາງ ລຳພອຍ ສີອັກຄະຈັນເປັນຫົວໜ້າພະແນແຮງງານແລະ ສະຫວັດດີການ-ສັງຄົມ, ທ່ານ ຊົມພູແກ້ວປັນຍາເປັນຫົວໜ້າພະແນສຶກສາທິການແລະ ກິລາ, ທ່ານ ຊົງເລົາ ຢົງນູເປັນຫົວໜ້າພະແນພະລັງງານແລະ ບໍ່ແຮ່, ທ່ານເບີລີເພັດຈັນທະລາດເປັນຫົວໜ້າພະແນກອຸດສາຫະກຳແລະ ການຄ້າ, ທ່ານ ລີນຄຳ ດວງສະຫວັນເປັນຫົວໜ້າພະແນກກະສິກຳແລະ ປ່າໄມ້, ທ່ານ ພູວົງ ວົງຄຳຊາວເປັນຫົວໜ້າຫ້ອງວ່າການນະ ຄອນ ຫລວງ, ທ່ານ ພູຂົງ ບັນນາວົງເປັນຫົວໜ້າພະແນແຜນການແລະ ການລົງທຶນ, ທ່ານ ບຸນໜາ ຜາທຸມມະວົງເປັນຫົວໜ້າພະແນກພາຍໃນ, ທ່ານເດດສົງຄາມ ທຳມະວົງເປັນຫົວໜ້າພະແນໂຍທາທິການແລະ ຂົນສົ່ງ, ທ່ານ ຄຳປະດິດເຂັມມານິດເປັນຫົວໜ້າພະແນກຖະແຫລງຂ່າວ, ວັດທະ ນະທຳແລະ ທ່ອງທ່ຽວ, ທ່ານ ບຸນເພັງ ສີນະວົງພອນເປັນຫົວໜ້າພະແນກຍຸຕິທຳ, ທ່ານ ພອນປະເສີດ ອຸນາພົມເປັນຫົວໜ້າພະແນກສາທາລະນະສຸກ, ທ່ານ ບຸນໂຮມເຮື່ອງສະຫວັດເປັນຫົວໜ້າພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ, ທ່ານ ດາວເພັດ ອາລຸນເປັນຫົວໜ້າພະແນ
ວິທະຍາສາດແລະເຕັກໂນໂລຊີ, ທ່ານ ສີຄອນອ່ອນສີພັນລາເປັນຫົວໜ້າພະແນໄປສະນີ, ​ໂທລະຄົມແລະ ການສື່ສານ, ທ່ານ ດວງຕາ ສຸສິວົງເປັນຫົວໜ້າພະແນກການຕ່າງປະເທດແລະ ທ່ານນາງ ວິໄລວອນ ຈັນທະລາຕີເປັນຫົວໜ້າຫ້ອງການຄຸ້ມຄອງແລະ ບໍລິຫານຕົວເມືອງນະຄອນຫລວງວຽງຈັນ.

          ທ່ານເຈົ້າຄອງນະຄອນຫລວງວຽງຈັນ ກ່າວວ່າ: ກອງປະຊຸມຄັ້ງປະຖົມມະລືກນີ້ໄດ້ພິຈາລະ ນາແລະ ຕົກລົງຫລາຍບັນຫາສຳຄັນພື້ນຖານຂອງນະຄອນຫລວງວຽງຈັນ, ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິ VI ຂອງອົງຄະນະພັກນະຄອນຫລວງວຽງຈັນໃຫ້ເປັນອັນລະອຽດໃນແຕ່ລະຂົງເຂດວຽກງານເປັນຕົ້ນ: ພິຈາລະນາຮັບຮອງເອົາວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025, ​ແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານ 5 ປີຄັ້ງທີ VIII ຂອງນະຄອນຫລວງວຽງຈັນ, ພິຈາລະນາຮັບຮອງເອົາແຜນການ 5 ປີຂອງສະພາປະຊາຊົນນະຄອນຫລວງວຽງຈັນແລະ ພິຈາລະນາຮັບຮອງເອົານິຕິກຳຂອງນະຄອນຫລວງວຽງຈັນ.

No comments:

Post a Comment