Ad

Ad

20 May 2016

ຮອງປະທານປະເທດຮ່ວມເປີດໂຄງການກໍ່ສ້າງໂຮງຮຽນສົງແຂວງຫົວພັນ

             ພິທີເປີດໂຄງການກໍ່ສ້າງໂຮງຮຽນສົງທີ່ເທດສະບານເມືອງຊໍາເໜືອ ແຂວງຫົວພັນ, ໄດ້ຈັດ ຂຶ້ນໃນວັນທີ 18 ພຶດສະພານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ຮອງປະທານ ປະເທດແຫ່ງ ສປປ ລາວ ພ້ອມດ້ວຍມວນຊົນຊາວເມືອງຊໍາເໜືອເຂົ້າຮ່ວມຢ່າງຫລວງຫລາຍ.

           ໂຮງຮຽນສົງດັ່ງກ່າວ, ຈະສ້າງເປັນອາຄານສອງຊັ້ນ, ປະກອບມີ 8 ຫ້ອງຮຽນໂດຍແມ່ນບໍ ລິສັດແສງທອງກໍ່ສ້າງເປັນຜູ້ຮັບເໝົາກໍ່ສ້າງລວມມູນຄ່າ 2 ຕື້ກວ່າກີບ, ໃນນັ້ນເປັນເງິນປະກອບສ່ວນ ຂອງທ່ານຮອງປະທານປະເທດ 270 ລ້ານກວ່າກີບ ແລະ ອີກຈໍານວນໜຶ່ງແມ່ນການປະກອບສ່ວນ ຈາກພາກສ່ວນຕ່າງໆໃນນະຄອນຫລວງວຽງຈັນ, ອົງການສົງເກົາຫລີ, ແລະ
ການປະກອບທຶນຮອນ, ເຫື່ອແຮງຮ່ວມກັນເປັນເຈົ້າສັດທາໃນໂຄງການກໍ່ສ້າງດັ່ງກ່າວເພື່ອໃຫ້ລູກຫລານຂອງປະຊາຊົນ ແຂວງຫົວພັນໄດ້ຮໍ່າຮຽນຫລັກທໍາຄໍາສອນຂອງພະພຸດທະເຈົ້າ ແລະ ການສຶກສາສາຍສາມັນນັບແຕ່ 5-7 ເພື່ອຝຶກຝົນໃຫ້ກາຍເປັນຜູ້ສືບທອດທາງພຸດທະສາສະໜາ ແລະ ເປັນຄົນດີຂອງຊາດປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດລາວນັບມື້ຮຸ່ງເຮືອງສີວິໄລ.

No comments:

Post a Comment