Ad

Ad

10 September 2014

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ.ກູບາ ຈະມາ ຢ້ຽມຢາມລາວໃນວັນທີ 12 ກັນຍານີ້



     ໂດຍຕອບສະໜອງຕາມ ຄຳເຊີນຂອງທ່ານ ທອງລຸນ ສີສຸ ລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງ ສປປ ລາວ, ທ່ານ ບຣູໂນ ໂລດຣີເກັສ ປາລ ຣິນຢາ (Bruno Rodriguez Parrilla) ລັດຖະມົນຕີວ່າການກະຊວງການຕ່າງປະ ເທດແຫ່ງ ສ.ກູບາ ພ້ອມດ້ວຍຄະນະຈະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການໃນວັນ ທີ 12 ກັນຍາ 2014.
      ທ່ານ ບຣູໂນ ໂລດຣີເກັສ ປາລຣິນຢາ, ເກີດໃນວັນທີ 22 ມັງກອນ 1958, ເຄີຍເປັນປະ ທານສະຫະພັນ ນັກສຶກສາສາ ມັນ (ປະຖົມ-ມັດທະຍົມ) ແລະ ທັງ ເປັນຄະນະກຳມາທິການ ແລະ ເລຂາທິການແຫ່ງຊາດຂອງສະຫະພັນນັກສຶກສາມະຫາວິທະຍາໄລ, ຮຽນຈົບປະລິ ຍາຕີທາງດ້ານກົດໝາຍ ແລະ ທັງເປັນອາຈານສອນວິຊາກົດໝາຍລະຫວ່າງຊາດຢູ່ມະ ຫາໄລ ນະຄອນຫລວງລາຮາວານ, ປີ 1986 ເປັນ ຫົວໜ້າກົມພົວພັນຕ່າງປະເທດ ຂອງສະຫະພັນຊາວໜຸ່ມກອມ ມູນິດແຫ່ງຊາດ, ປີ 1990 ເປັນ ກຳມະການສູນກາງພັກກອມມູ ນິດກູບາ ແລະ ປີ 1992 ໄດ້ ຮັບໜ້າທີ່ຮັບຜິດຊອບວຽກງານນະໂຍບາຍ
ດ້ານວັດທະນະທຳ, ເດືອນທັນວາ 1993 ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ, ທັງເປັນຜູ້ຕາງໜ້າ ຖາວອນ ຂອງກູບາ ປະຈຳອົງການສະຫະປະຊາຊາດ ເພື່ອການພັດທະນາ (ສປຊ) ແລະ ແຕ່ ເດືອນກຸມພາ 1995 ຈົນເຖິງ ເດືອນ ທັນວາ 2003 ໄດ້ຖືກສືບຕໍ່ ແຕ່ງຕັ້ງເປັນຜູ້ຕາງໜ້າຖາວອນຂອງກູບາປະຈຳ ສປຊ, ເປັນລັດ ຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ ກູບາຮັບຜິດຊອບຂົງເຂດອາເມລິການລາ ຕິນ, ກາຣີເບ ແລະ ວຽກງານຖະ ແຫລງຂ່າວ ແລະ ຄົມມະນາ ຄົມ, ເດືອນຕຸລາ 2004 ເປັນລັດຖະມົນ ຕີຊ່ວຍວ່າການກະຊວງການ ຕ່າງປະເທດຜູ້ທີ່ໜຶ່ງ, ປີ 2004 ໄດ້ ນຳພາຄະນະແພດ ກູບາໄປປະຕິ ບັດພາລະກິດຊ່ວຍເຫລືອດ້ານ ມະນຸດສະທຳທີ່ປະເທດໄຮຕີ ແລະ ປີ 2005 - 2006 ຢູ່ປະເທດ ປາກິດສະ ຖານ, ວັນທີ 2 ມີນາ 2009ໄດ້ຮັບແຕ່ງຕັ້ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ, ວັນທີ 11 ທັນວາ 2012 ໃນກອງປະຊຸມສະ ໄໝສາມັນຊຸດທີ V ທ່ານໄດ້ຖືກເລືອກຕັ້ງເປັນ ກຳມະການກົມການເມືອງສູນ ກາງພັກຄອມມູນິດກູບາ, ໄດ້ຮັບ ການຍ້ອງຍໍ ແລະ ປະດັບຫລຽນ ພາຍໃນ ແລະ ສາກົນ, ຮູ້ພາສາ ຕ່າງປະເທດ: ອັງກິດ, ສ້າງຄອບ ຄົວແລ້ວມີລູກຊາຍ 1 ຄົນ.

No comments:

Post a Comment