Ad

Ad

10 September 2014

ຍທຂ ເຜີຍສົກປີນີ້ມີລາຍຮັບຈາກການປັບໃໝລົດບັນທຸກໜັກປະມານ 760 ກວ່າລ້ານກີບ



     ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະ ຂົນ ສົ່ງ (ຍທຂ) ທ່ານ ນາງ ວິໄລຄຳ ໂພສາລາດ ເປີດເຜີຍໃຫ້ຮູ້ເມື່ອ ດົນນີ້ວ່າ: ສົກປີ 2013 - 2014 ນີ້, ໃນທົ່ວປະເທດສາມາດກວດ ການ້ຳໜັກລົດບັນທຸກຈຳນວນ 8.524 ຄັນ, ໃນນັ້ນ, ນ້ຳ ໜັກບໍ່ເກີນກຳນົດຈຳນວນ 5.921 ຄັນ ແລະ ມີ 2.603 ຄັນແມ່ນເກີນກຳ ນົດ ເທົ່າກັບ 30% ເຊິ່ງມີການ ປັບໃໝຕາມລະ ບຽບເພື່ອເອົາເງິນເຂົ້າກອງທຶນບູລະນະ ຮັກສາທາງຫລວງໄດ້ປະມານ 760 ລ້ານກວ່າກີບ, ທຽບໃສ່ແຜນ ການປະຕິບັດໄດ້ 128%, ໂດຍລົດທີ່ນ້ຳໜັກເກີນສ່ວນຫລາຍແມ່ນຂົນສົ່ງທຸກສີນຄ້າໄປມາລະ ຫວ່າງ ປະເທດ ແລະ ພາຍໃນປະ ເທດຈຳນວນ ໜຶ່ງ, ເຊິ່ງການໃຫ້ ຮູ້ຂໍ້ມູນດັ່ງກ່າວນີ້, ແມ່ນການ ຊີ້ແຈງຕອບຂໍ້ສົນໃຈຂອງສັງຄົມທີ່ ສະເໜີຜ່ານສະພາແຫ່ງຊາດ ວ່າ: ການ ຕິດຕາມ, ກວດກາ ການຊັ່ງນ້ຳໜັກລົດບັນທຸກຢູ່ປະເທດເຮົານີ້ຍັງເຮັດບໍ່ໄດ້ເຂັ້ມງວດ ເທົ່າທີ່ຄວນ, ເນື່ອງຈາກຍັງປາ ກົດເຫັນ ລົດບັນທຸກໜັກແລ່ນໃນ ຕົວເມືອງຫລາຍ, ອັນເປັນສາ ເຫດໜຶ່ງເຮັດໃຫ້ການສັນຈອນ
ມີຄວາມແອອັດ ແລະ ພາໃຫ້ເສັ້ນ ທາງຫລາຍສາຍມີສະພາບເປີະ ເປື້ອນ, ເປ່ເພຊຸດໂຊມ ແລະ  ບັນຫາໜຶ່ງທີ່ພາໃຫ້ສະພາບ ດັ່ງກ່າວເກີດຂຶ້ນຊຳເຮື້ອກໍຍັງມີ ການຕໍ່ລອງຈ່າຍສີນບົນໃຫ້ເຈົ້າໜ້າທີ່ຢູ່,ເຊິ່ງຕໍ່ບັນຫານີ້, ລັດຖະມົນຕີຊ່ວຍກະຊວງໂຍທາທິ ການ ແລະ ຂົນສົ່ງ ກ່າວຕື່ມວ່າ: ສຳລັບການ ຕໍ່ລອງລາຄາປັບໃໝນັ້ນ, ຜ່ານມາກໍໄດ້ຮັບການລາຍງານຈາກໜ່ວຍງານກ່ຽວຂ້ອງ ວ່າເບື້ອງຜູ້ປະກອບຂົນສົ່ງແມ່ນ ມີການຕໍ່ ລອງກັບເຈົ້າໜ້າທີ່, ໂດຍສະເໜີວ່າອັດຕາການປັບໃໝນັ້ນແມ່ນສູງໂພດ. ສ່ວນການຮັບສີນບົນ ອື່ນໆນັ້ນ, ພາກສ່ວນ ກ່ຽວຂ້ອງ ກໍໄດ້ຕິດຕາມ ແລະ ກວດກາພະນັກງານຂອງຕົນຢ່າງເຂັ້ມງວດ ແລະ ກວດກາແບບລຽນຕິດ, ແຕ່ ກໍຍັງບໍ່ທັນພົບ ເຫັນກໍລະນີໃດເທື່ອ.

No comments:

Post a Comment