Ad

Ad

10 September 2014

ນະຄອນຫລວງວຽງຈັນສົ່ງນັກຮຽນຈົບ ມ ປາຍ ໄດ້ຄະແນນດີເດັ່ນໄປຕໍ່ຢູ່ນະຄອນໂຮ່ຈິມິງ

     ພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ, ໄດ້ຄັດເລືອກເອົາ ນັກຮຽນຜູ້ທີ່ໄດ້ຮັບຄະແນນຫຼາຍສຸດຂອງມັດທະຍົມສາມແຫ່ງທີ່ສອບເສັງຈົບ ຊັ້ນໃນສົກຮຽນ 2013-2014 ຜ່ານມາຈຳນວນ 20 ຄົນ ໄປຮຽນຕໍ່ວິຊາຊີບໃນ ລະດັບປະລິນຍາຕີ, ຢູ່ນະຄອນໂຮ່ຈິມິງ ສສ ຫວຽດນາມ, ຕາມການຕົກລົງກັບນະ ຄອນແຫກສ່ຽວຂອງນະຄອນຫລວງ ວຽງຈັນ ແລະ ນະຄອນໂຮ່ຈິມິງ.
     ນັກຮຽນຈົບຊັ້ນ ມ.7 ທີ່ໄປຮຽນຕໍ່ວິຊາຊີບໃນຊຸດທຳອິດນີ້, ຄາດວ່າຈະໄດ້ ອອກເດີນທາງໃນທ້າຍເດືອນກັນຍານີ້, ໂດຍ ໄດ້ຖືກຄັດເລືອກຈາກໂຮງຮຽນມັດທະຍົມສີ່ແຫ່ງຢູ່ໃນນະຄອນຫລວງຄື: ໂຮງ ຮຽນມັດທະຍົມຕອນປາຍວຽງຈັນ-ໂຮ່ຈິມິງ (ສີໂຄດ), ໂຮງຮຽນມັດທະຍົມສົມບູນ ລາວ-ຫວຽດ(ຫລັກ 5) , ໂຮງຮຽນ ຫງວຽນຢູ ແລະ ໂຮງຮຽນພອນສະຫວັນຊົນເຜົ່າ, ໂດຍ ແຕ່ລະໂຮງຮຽນໄດ້ຄັດເອົານັກຮຽນຜູ້ທີ່ມີຄະແນນຫຼາຍສຸດດີເດັ່ນ
ໄປຮຽນຕໍ່ຈຳນວນ 5 ຄົນ, ເຊິ່ງນັກຮຽນແຕ່ລະຄົນສາ ມາດ ເລືອກວິຊາຮຽນຂອງຕົນເພື່ອ ເຂົ້າຕໍ່ວິຊາຊີບຕາມຈຸດປະສົງທີ່ຕົນ ຕັ້ງໃຈໄວ້, ໂດຍການຮ່ວມມືຂອງທາງນະຄອນໂຮ່ຈິມິງ ແລະ ຜູ້ປົກຄອງຂອງນັກຮຽນຮັບພາລະທາງດ້ານທຶນການສຶກສາ ທັງໝົດ.
     ທ້າວ ບຸນຄຳ ໄຊຍະສອນ ນັກຮຽນຈາກໂຮງຮຽນມັດທະຍົມຕອນປາຍວຽງຈັນ-ໂຮ່ຈິມິງ (ສີໂຄດ), ຊຶ່ງແມ່ນໜຶ່ງໃນຈຳ ນວນ 20 ຄົນ ທີ່ຖືກຄັດເລືອກໄດ້ກ່າວຄວາມຮູ້ສຶກຂອງຕົນຕໍ່ໜັງສືພິມລາວພັດທະນາ ວ່າ: “ ນ້ອງມີຄວາມຮູ້ສືກຕື່ນເຕັ້ນ ແລະ ພາກພູມໃຈຫລາຍ ໂດຍທີ່ບໍ່ໄດ້ຄິດມາກ່ອນວ່າໂຕເອງຈະຖືກຄັດ ເລືອກໄປຮຽນຕໍ່ໃນຄັ້ງນີ້ທີ່ຜ່ານມາຕົນເອງກໍຮຽນ ໄດ້ພໍປານກາງ, ແຕ່ຍ້ອນມີຄວາມອົດທົນພະຍາຍາມ ແລະ ຄວາມເອົາໃຈໃສ່ເບິ່ງແຍງຈາກຄອບຄົວ, ຄູອາຈານໃນໂຮງຮຽນ ແລະ ໝູ່ເພື່ອນ ທີ່ຊ່ວຍໃຫ້ກຳລັງໃຈຈຶ່ງມີມື້ນີ້ໄດ້. ເມື່ອໂອກາດມາຮອດແລ້ວກໍຈະ ຕັ້ງໃຈຊອກຮູ້ຮ່ຳຮຽນ, ເຝິກຝົນຫລໍ່ ຫລອມຕົນເອງໃຫ້ເປັນນັກຮຽນເກັ່ງມີຄວາມຮູ້, ຄວາມສາມາດ ແລະ ຈະນຳເອົາສິ່ງທີ່ຕົນໄດ້ຮຽນຮູ້ມາສ້າງສາພັດ ທະນາປະ ເທດຊາດບ້ານເມືອງ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ແລະ ຢາກຝາກໃຫ້ນ້ອງໆທີ່ພວມຈະຈົບ ມ ປາຍ ໃນປີນີ້ ຫລື ອີກ ຫລາຍປີ ໃຫ້ຕັ້ງໃຈສືກສາຮ່ຳຮຽນຄວນຫາເວລາຫວ່າງອ່ານ ແລະ ຄົ້ນຄວ້າວິຊາຮຽນ ເພາະ ມັນຈະເຮັດໃຫ້ເຮົາມີຄວາມຈື່ຈຳໄດ້ໄວ້. ນອກຈາກນັ້ນຄວນຫັນມາຫລິ້ນກິລາເພື່ອສຸຂະພາບຫ່າງໄກຢາເສບຕິດນຳອີກ.

No comments:

Post a Comment