Ad

Ad

10 September 2014

ສະຫະພາບເອີຣົບ ແລະ ອ໊ອກຟາມສົ່ງເສີມບົດບາດຍິງຊາຍໃນລາວ



     ສະຫະພາບເອີຣົບ ແລະ ອົງການ Oxfam ໄດ້ໃຫ້ການຊ່ວຍເຫລືອທາງການ ເງິນຈຳ ນວນ 514.000 ເອີໂຣ ຫລື ປະ ມານ 3,35 ຕື້ກີບ ແກ່ລາວເພື່ອສະໜັບ ສະໜູນໂຄງການສົ່ງເສີມສິດສະເໝີພາບຍິງຊາຍ, ໂດຍ ຜ່ານການປະຕິບັດລະບຽບ ກົດໝາຍ, ເຊິ່ງມີຈຸດປະສົງສະໜັບ ສະໜູນໃຫ້ເພດຍິງມີສິດ ແລະ ໂອກາດທີ່ຈະ ປອດໄພຈາກຄວາມ ຮຸນແຮງແລະສາມາດ ນຳໃຊ້ສິດຂອງຕົນຢ່າງເຕັມສ່ວນຢູ່ໃນຂົງ ເຂດວຽກງານຕ່າງໆ.
     ພິທີເປີດໂຕໂຄງການດັ່ງກ່າວຢ່າງເປັນທາງການໄດ້ຈັດຂຶ້ນໃນວານນີ້ຢູ່ນະຄອນ ຫລວງ ວຽງຈັນ, ໂດຍ ມີທ່ານ ມີແຊນ ໂກແຟງ ອຸປະທູດສຳນັກງານ ຜູ້ຕາງໜ້າສະ ຫະພາບເອີຣົບ, ທ່ານ ອັນໂຕນີໂນ ໄຟເບັນ ຮອງ ຜູ້ອຳນວຍການອົງການ Oxfam ປະຈຳລາວ ແລະ ຜູ້ຕາງໜ້າ ຈາກພາກລັດ, ອົງການຈັດຕັ້ງ ທາງສັງຄົມເຂົ້າຮ່ວມນຳອີກ.
     ໂຄງການດັ່ງກ່າວຈະດຳເນີນ ໃນໄລຍະສາມປີ, ໂດຍການຈັດ ຕັ້ງປະຕິບັດພາຍໃຕ້ການຮ່ວມມືລະຫວ່າງອົງການ Oxfam, ສະມາຄົມພັດທະນາບົດບາດຍິງ ຊາຍ, ສະມາຄົມເພື່ອການພັດ ທະນາແມ່ຍິງ ແລະ ການສຶກສາ ກົດໝາຍ. ເພື່ອແນໃສ່ຍົກສູງ ແລະ ສົ່ງເສີມການມີສ່ວນຮ່ວມ ຂອງອົງການຈັດຕັ້ງທາງສັງຄົມ ເຂົ້າໃນການປຶກສາຫາລືດ້ານນະໂຍ
ບາຍກ່ຽວກັບບົດບາດຍິງ ຊາຍກັບລັດຖະບານ ແລະ ເພື່ອ ເປັນການສ້າງຂະບວນການ ເຄື່ອນໄຫວຂອງແມ່ຍິງໃຫ້ມີ ຄວາມເຂັ້ມແຂງ.
     ພະນັກງານພາກລັດທີ່ມາ ຈາກຄະນະກຳມະການແຫ່ງ ຊາດເພື່ອຄວາມກ້າວໜ້າຂອງ ແມ່ຍິງ, ອົງການຈັດຕັ້ງທາງສັງ ຄົມ ຂອງລາວຈຳນວນໜຶ່ງ, ມະ ຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຈຳປາສັກ ລວມທັງພະນັກງານ ແລະ ປະຊາ ຊົນພາຍໃນເມືອງແມດແຂວງ ວຽງຈັນ ແລະ ເມືອງໄຊທານີ ນະຄອນຫລວງວຽງຈັນຄາດ ວ່າຈະໄດ້ຮັບຜົນປະໂຫຍດຈາກ ໂຄງການນີ້, ເຊິ່ງປະກອບມີກິດ ຈະກຳສ້າງຄວາມເຂັ້ມແຂງ ແລະ ເຝິກອົບຮົມກ່ຽວກັບບົດບາດຍິງຊາຍ, ກິດຈະກຳປູກຈິດ ສຳນຶກ ແລະ ຍົກສູງຄວາມເຂົ້າ ໃຈກ່ຽວກັບບົດບາດຍິງຊາຍ ຜ່ານລາຍການວິທະຍຸ ແລະ ການແຈກຢາຍສື່ສິ່ງພິມກ່ຽວກັບ ຂໍ້ມູນ ແລະການສຶກສາກ່ຽວກັບສິດສະເໝີພາບທາງເພດ ແລະ ການ ບັນຈຸຫົວຂໍ້ບົດບາດຍິງຊາຍເຂົ້າ ໃນຫລັກສູດການຮຽນ ການສອນຂອງສອງມະຫາວິທະຍາໄລດັ່ງກ່າວ.
     ທ່ານອຸປະທູດອີຢູກ່າວຕໍ່ພິທີ ເປີດໂຄງການວ່າ: ຄວາມສະ ເໜີພາບຍິງຊາຍແມ່ນໜຶ່ງໃນບັນດາບູລິມະສິດດ້ານການພັດທະ ນາຂອງອີຢູໃນລາວ ແລະ ໂດຍ ການສະໜອງການຊ່ວຍເຫລືອ ທາງການເງິນແກ່ໂຄງການດັ່ງ ກ່າວ, ບໍ່ສະເພາະແຕ່ສິດຂອງ ບັນດາເພດຍິງເທົ່ານັ້ນທີ່ຈະໄດ້ ຮັບການຍົກສູງ, ຊຶ່ງພວກເຮົາ ຍັງຍົກສູງຄວາມສາມາດຂອງ ອົງການຈັດຕັ້ງທາງສັງຄົມ ແລະ ມະຫາວິທະຍາໄລໃຫ້ມີສ່ວນ ຮ່ວມ ແລະ ມີບົດບາດອັນພົ້ນ ເດັ່ນຂຶ້ນໃນການສົ່ງເສີມບົດບາດຍິງຊາຍ.
     ການປະກອບສ່ວນຂອງອີຢູ ປະມານ 60% ເຂົ້າໃນໂຄງການ ນີ້ແມ່ນມາຈາກງົບປະມານແຜນການສົ່ງເສີມປະຊາທິປະໄຕ ແລະ ສິດທິມະນຸດຂອງອີຢູ EIDHR) ເຊິ່ງໄດ້ເລີມສະໜອງທຶນໂຄງ ການໃນລາວມາແຕ່ປີ 2007 ແລະ ມາເຖິງປັດຈຸບັນ ແຜນງານດັ່ງກ່າວກໍໄດ້ສະໜອງທຶນໃຫ້ ຫລາຍກວ່າ 20 ໂຄງການຢູ່ ສປປ ລາວແລ້ວ ໃນວົງເງິນປະມານ 3 ລ້ານເອີໂຣ ເພື່ອ ດຳເນີນ ກິດຈະກຳສົ່ງເສີມສິດທິເດັກ, ແມ່ ຍິງ, ຄົນພິການ ແລະ ສິດໃນ ການເຂົ້າເຖິງອາຫານ ແລະ ຂໍ້ມູນດ້ານຍຸຕິທຳໃນຊຸມ ຊົນນຳອີກ.

No comments:

Post a Comment