Ad

Ad

10 September 2014

ສານນະຄອນຫລວງຕັດສິນລົງໂທດຜູ້ຄ້າຢາບ້າຈຳຄຸກ 6 ປີ



   ເມື່ອບໍ່ດົນນີ້, ສານປະຊາຊົນ ນະຄອນຫລວງວຽງຈັນ, ໄດ້ ຕັດສີນລົງໂທດທ້າວ ຄຳແພງ ອາຍຸ 22 ປີຢູ່ບ້ານນາເລົ່າ, ເມືອງ ສີໂຄດຕະບອງ, ນະຄອນຫລວງ ວຽງ ຈັນໃຫ້ຈຳຄຸກ 6 ປີ, ພ້ອມ ປັບໃໝເງິນ 28 ລ້ານກີບ ແລະ ທ້າວ ຕິກ ອາຍຸ 22 ປີຢູ່ບ້ານ ດຽວກັນໃຫ້ຈຳຄຸກເປັນເວລາ 5 ປີ ແລະ ປັບໃໝເງິນ 10 ລ້ານກີບ. ໂດຍທ້າວ ຄຳແພງ ຖືກເຈົ້າໜ້າທີ່ ຈັບຕົວໄດ້ຢູ່ໃນ ເຮືອນຜູ້ກ່ຽວພ້ອມຂອງກາງຢ້າ ບ້າເກືອບ 200 ເມັດ ເມື່ອທ້າຍເດືອນທັນວາ 2013 ແລະ ສ່ວນທ້າວ ຕິກ ຖືກ ເຈົ້າໜ້າທີ່ຈັບຕົວໄດ້ພ້ອມຂອງກາງຢາບ້າ 10 ເມັດ.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທັງສອງ ແມ່ນຂະບວນການຄ້າຂາຍຢາເສບຕິດອັນຕະລາຍຢູ່ນະຄອນ ຫລວງວຽງຈັນ, ເຊິ່ງເປັນເປົ້າ ໝາຍຕິດຕາມຂອງເຈົ້າໜ້າທີ່ມາດົນແລ້ວ, ໂດຍສະເພາະທ້າວ ຄຳແພງ ແມ່ນເຄີຍເຂົ້າບຳບັດຢູ່ສູນ ສົມສະຫງ່າມາແລ້ວໜຶ່ງຄັ້ງ ຍ້ອນຕິດຢາເສບຕິດ ແລະ ເມື່ອອອກ ມາກໍບໍ່ມີຄວາມເຂັດຫລາບຍັງມີການພົວພັນມົ້ວສຸມຄ້າຂາຍຢາເສບຕິດຄືເກົ່າ, ອັນເປັນ ກະທຳທີ່ຜິດກົດໝາຍ ແລະ ເປັນໜໍ່ແໜງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

No comments:

Post a Comment