Ad

Ad

10 September 2014

ປກສ ກຸ່ມບ້ານໄຊສະຫວ່າງ ມອບຊັບຄືນເຈົ້າຂອງເດີມ



     ທ່ານ ຄຳແພງ ບຸນທະວົງຄຳ ນາຍບ້ານໄຊສະຫວ່າງ, ຕາງ ໜ້າໃຫ້ ປກສ ກຸ່ມ ບ້ານໄຊສະ ຫວ່າງ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ມອບລົດຈັກ ຮອນດາ ເວບ 100 ໜຶ່ງຄັນຄືນ ໃຫ້ທ່ານ ເກື້ອ ວໍລະວົງ ຢູ່ບ້ານ ດ່ານຊ້າງ ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ຊຶ່ງເປັນເຈົ້າຂອງເດີມພາຍຫລັງລູກ ສາວຜູ້ກ່ຽວຂີ່ລົດຄັນ ດັ່ງກ່າວໄປຈອດໄວ້ຢູ່ບ່ອນເຮັດວຽກແລ້ວ ຖືກຄົນຮ້າຍລັກໄປເມື່ອວັນທີ 30 ພຶດສະພາ 2014 ແລະ ເຈົ້າໜ້າທີ່ສາມາດນຳເກັບກູ້ຄືນມາໄດ້ໃນທ້າຍເດືອນ ສິງຫາຜ່ານມານີ້. ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງຝາກເຕືອນປະຊາຊົນໃຫ້ມີສະຕິ ລະວັງຕົວກວ່າເກົ່າໃນການຮັກສາພາຫະນະກໍຄືຊັບສິນມີຄ່າອື່ນໆ, ເນື່ອງຈາກໄລຍະນີ້, ສະພາບການຂີ້ລັກງັດແງະ-ປຸ້ນຈີ້ຊິງ ຊັບຢູ່ໃນສັງຄົມເຮົາແມ່ນເກີດຂຶ້ນແຜ່ຫລາຍ, ອີງ ຕາມຕົວເລກ ຂອງຫ້ອງຕຳຫລວດກອງບັນຊາການ ປກສ ນະຄອນຫລວງ
ວຽງຈັນ ໃນເດືອນສິງຫານີ້ໃຫ້ ຮູ້ວ່າ: ໄດ້ມີສະພາບ ຫຍໍ້ທໍ້ດ້ານສັງຄົມເກີດຂຶ້ນຫລາຍ ແລະ ພົ້ນເດັ່ນກໍແມ່ນສະພາບງັດແງະ ເຮືອນຊານຂອງປະຊາຊົນ ແລະ ສຳນັກງານອົງການ ຕ່າງໆທັງໝົດ 17 ຄັ້ງ, ໃນນັ້ນ, ງັດແງະເຮືອນປະຊາຊົນ 6 ຄັ້ງ, ໂຮງ ງານ-ບໍລິ ສັດ 9 ຄັ້ງ ແລະ ຮ້ານຄ້າ 2 ຄັ້ງ, ນອກຈາກນີ້, ຍັງມີປາກົດການ ທູບແວ່ນລົດ 3 ຄັ້ງ, ມີຜົນເສຍ ຫາຍຄື: 183 ລ້ານກວ່າກີບ, 63 ພັນກວ່າບາດ (ສະກຸນເງິນໄທ), 700 ກວ່າໂດລາສະຫະລັດ, ຄຳ ຮູບປະພັນ 12 ບາດ ແລະ ຊັບສີນ ອື່ນໆອີກ.

No comments:

Post a Comment