Ad

Ad

10 September 2014

ການຖິ້ມຂີ້ເຫຍື້ອຊະຊາຍຍັງເປັນບັນຫາແກ້ໄຂຍາກ



  ຜ່ານມານີ້ຂະນະພັກຄະນະປົກຄອງນະຄອນຫຼວງວຽງຈັນ ໄດ້ເຫັນຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການປະຕິບັດ ຄຳຂວັນ 6 ສ, ໂດຍໄດ້ມອບໃຫ້ທຸກພາກ ສ່ວນ ຮ່ວມກັນຈັດຕັ້ງປະຕິບັດ ຢ່າງເອົາໃຈໃສ່ ແລະ ໄດ້ສ້າງອົງກອນໜຶ່ງທີ່ຂຶິ້ນກັບອົງການ ພັດທະນາບໍລະຫານຕົວເມືອງ (ອພບ), ຊຶ່ງໃນນີ້, ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບ ສະເພາະການກຳຈັດຂີ້ເຫຍື້ອໂດຍກົງ ແລະ ໄດ້ມອບໃຫ້ແຕ່ລະເມືອງ ມີໜ່ວຍງານ ສະເພາະຂອງຕົນ, ໂດຍໄດ້ແບ່ງເຂດຄຸ້ມຄອງຢ່າງ ລະອຽດ ແລະ ເລັ່ງໃສ່ກຳຈັດ, ກຳນົດ ຈຸດຖິ້ມຂີ້ເຫຍື້ອເພື່ອໃຫ້ ຕົວເມືອງມີຄວາມສະອາດສວຍງານ, ແຕ່ຕົວ ຈິງບັນຫາການຖິ້ມຂີ້ເຫຍື້ອຊ້ຳຊະຊາຍຍັງປາກົດມີ ຫຼາຍ, ຍ້ອນຄວາມຂີ້ຄ້ານມັກ ງ່າຍ ແລະ ເຫັນແກ່ໂຕຂອງ ຄົນຈຳນວນ ໜຶ່ງ, ມັນສະແດງອອກຢູ່ຕາມເສັ້ນທາງສາຍຕ່າງໆ ທີ່ ປ່ຽວດຽວໂດຍສະເພາະເສັ້ນ ທາງອອກສູ່ຊານເມືອງ, ສະ ຖານທີ່ສະ ທາລະນະ, ຕະຫຼາດເຂດຊຸມຊົນ ແລະ ຄ່ອງລະບາຍ ນ້ຳ ອື່ນໆ, ຍັງມີການຖິ້ມຂີ້ເຫຍື້ອ ຊະຊາຍ ແລະ ແຜ່ຫຼາຍ, ສ້າງພາບ
ອັນບໍ່ຈົບບໍ່ງາມໃຫ້ນະຄອນຫຼວງ ແລະ ຍິ່ງໄປກວ່ານັ້ນມັນ ຍັງສົ່ງຜົນກະທົບຕໍ່ສິ່ງແວດ ລ້ອມ  ແລະ ເຮັດໃຫ້ວຽກງານ  ສ ສະອາດ ທີ່ນະຄອນຫຼວງວາງ ອອກບໍ່ສາມາດຕະຕິບັດໄດ້ດີ ເທົ່າທີ່ຄວນ. ໃນໄລຍະຜ່ານມາເຖິງວ່າພາກສ່ວນກ່ຽວຂ້ອງກໍໄດ້ເອົາໃຈໃສ່ກຳຈັດການຖິ້ມຂີ້ເຫຍື້ອ ແບບຊະຊາຍໄປໄດ້ຈຳນວນໜຶ່ງ, ແຕ່ກໍ ຍັງບໍ່ທັນໄດ້ດີພໍດັ່ງນັ້ນ, ເພື່ອ ແກ້ໄຂບັນຫາດັ່ງກ່າວ, ພາກ ສ່ວນກ່ຽວຂ້ອງຄວນເພີ່ມຄວາມ ເອົາໃຈໃສ່ໃນ ການກຳຈັດຂີ້ ເຫຍື້ອອອກຈາກຕົວເມືອງໃຫ້ ທັນກັບກຳນົດເວລາທີ່ນັດໝາຍ  ແລະ ເພີ່ມມາດຕະການຕໍ່ຜູ້ລັກລອບຖິ້ມຂີ້ເຫຍື້ອຊະຊາຍ ເຫຼົ່ານັ້ນ ແລະ ສິ່ງສຳຄັນແມ່ນທຸກຄົນຈົ່ງ ຊ່ວຍກັນເປັນເຈົ້າການໃນການ ເກັບມ້ຽນຂີ້ເຫຍື້ອຄື: ແຕ່ລະຄົວເຮືອນຕ້ອງມ້ຽນ ມັດຂີ້ເຫຍື້ອ ໃຫ້ດີ, ການຖິ້ມຂີ້ເຫຍື້ອຕ້ອງນຳ ໄປຖິ້ມຕາມເວລາທີ່ນັດໝາຍ ແລະ ຈຸດທີ່ກຳນົດຂອງພາກສ່ວນກ່ຽວຂ້ອງຈະ ມາເກັບເອົາ ໄປຖິ້ມຕໍ່ໄປ, ເພີ່ມຄວາມມີສະ ຕິໃນການເປັນເຈົ້າການປົກປັກ ຮັກສາສິ່ງແວດລ້ອມຊ່ວຍກັນ ເພື່ອສັງຄົມ ແລະ ບ້ານເບິ່ງມີ ຄວາມສະອາດສວຍງາມ.

No comments:

Post a Comment