Ad

Ad

10 September 2014

ຫລາຍຂະແໜງການສະພາແຫ່ງຊາດມີຄວາມພ້ອມຕໍ່ກອງປະຊຸມໄອປາ



     ຕົວແທນຈາກສາມຂະແໜງ ການຂອງສະພາແຫ່ງຊາດລາວຄື: ຫ້ອງວ່າການສະພາແຫ່ງ ຊາດ,​ ຄະນະກຳມາທິການວັດ ທະນະທຳ-ສັງຄົມ ແລະ ຄະນະ ກຳມາທິການກົດໝາຍສະພາແຫ່ງຊາດມີຄວາມພ້ອມທຸກຢ່າງເພື່ອເຂົ້າຮ່ວມ ກອງປະຊຸມສະ ມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 35 (ໄອປາ), ເຊິ່ງຈະໄຂຂຶ້ນແຕ່ວັນທີ 14-20 ກັນຍານີ້ທີ່ນະຄອນຫລວງ ວຽງ ຈັນ.
     ທ່ານ ພົງສະເໜ່ ຍຸຕິທຳ ຮອງ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ຄະນະກຳມາທິການພາຍໃນຂອງໄອປາ ໄດ້ຊີ້ໃຫ້ເຫັນການກະກຽມຄວາມພ້ອມໃນຂົງເຂດຈັດຕັ້ງບໍລິຫານ ໂດຍສະເພາະດ້ານ ບຸກຄະລາກອນແມ່ນສຳເລັດຜົນດ້ວຍດີ. ກອງປະຊຸມຄັ້ງນີ້ ຈະສຸມໃສ່ພິ ຈາລະນາ ແລະ ຮັບຮອງເອົາ ຫລາຍບັນຫາສຳຄັນ ໂດຍຈະນຳຜົນປະໂຫຍດລວມມາໃຫ້ປະເທດ ຊາດໃຫ້ມີສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອພັດ ທະນາ, ທັງຮັດແໜ້ນ ຄວາມສາມັກຄີລະຫວ່າງ ສປປ ລາວ ແລະ ບັນດາປະເທດສະ ມາຊິກອາຊຽນ, ບັນດາປະເທດ ຄູ່ເຈ ລະຈາ ແລະ ບັນດາອົງການ ຈັດຕັ້ງສາກົນໃນພາກພື້ນກໍຄືໃນໂລກ. ມາເຖິງປັດຈຸບັນສະພາ ແຫ່ງຊາດລາວໃນຖານະເປັນ ເຈົ້າພາບມີຄວາມ ຍິນດີໃຫ້ການ ຕ້ອນຮັບຄະນະຜູ້ແທນປະເທດ ຕ່າງໆທີ່ຈະເດີນທາງມາຮ່ວມ ກອງປະຊຸມ.

     ທ່ານ ກິສິນ ສິນພັນງາມ ຮອງປະທານກຳມາທິການກົດ ໝາຍສະພາແຫ່ງຊາດອະນຸກຳ ມະການການເມືອງ ແລະ ຄວາມ ໝັ້ນຄົງ ກອງປະຊຸມໄອປາກໍໄດ້ ໃຫ້ຊາບເຖິງຜົນສຳເລັດໃນການກະກຽມວຽກງານດ້ານຕ່າງໆ ໂດຍວາລະກອງປະຊຸມໃນຂົງ ເຂດນີ້ຈະໄດ້ຮັບຟັງການລາຍ ງານຜົນການພົບປະລະຫວ່າງ ໄອປາ ແລະ ອາຊຽນ, ຜົນການ ຮ່ວມມືໃນໄລຍະຜ່ານມາ ແລະ ການຄົ້ນຄວ້າຮ່າງມະຕິຂອງລັດຖະສະພາ ກ່ຽວກັບການເມືອງ ແລະ ຄວາມໝັ້ນຄົງ, ຈຸດປະ ສົງສຳຄັນແມ່ນມີເປົ້າໝາຍຊຸກ ຍູ້ໃຫ້ບັນດາປະເທດສະມາຊິກອາ ຊຽນປອດອາວຸດນິວເຄລຍ, ລວມທັງການພັດທະນາເສດຖະກິດ ແລະ ອື່ນໆ.
     ທ່ານ ດຣ. ສົມພູ ດວງ ສະຫວັນ ຮອງປະທານກຳມາທິ ການວັດທະນະທຳ-ສັງຄົມສະພາແຫ່ງຊາດອະນຸກຳມະການເນື້ອ ໃນກອງປະຊຸມໄອປາຫົວໜ້າຄະນະຜູ້ແທນລາວເຂົ້າຮ່ວມກອງ ປະຊຸມກຳມາທິການດ້ານວັດທະນະທຳ-ສັງຄົມກໍໄດ້ແຈ້ງໃຫ້ ຊາບການກະກຽມວຽກງານຕ່າງໆ ທີ່ກ່ຽວຂ້ອງໂດຍລວມແມ່ນສຳ ເລັດຜົນຢ່າງດີ, ກອງປະຊຸມໃນ ຂະແໜງນີ້ຈະມີການ ຄົ້ນຄວ້າພິຈາລະນາມະຕິຕ່າງໆເປັນຕົ້ນ ແມ່ນບັນຫາພະຍາດຕິດຕໍ່ກໍຄືພະ ຍາດອີໂບລາ ແລະ ການເພີ່ມທະ ວີບົດບາດ ຂອງລັດຖະສະພາ ເພື່ອໃຫ້ບຸລິມະສິດດ້ານການພັດທະນາສີມືແຮງງານໃຫ້ມີຄວາມພ້ອມໃນການເຂົ້າສູ່ປະຊາຄົມ ເສດຖະ ກິດອາຊຽນ, ນອກນີ້ ຝ່າຍລາວຍັງຈະໄດ້ສະເໜີໃຫ້ມີ ການຮັບຮອງຢ່າງເປັນເອກະສັນ ເພື່ອຮ່ວມມືກັນ ແກ້ໄຂບັນຫາຢາ ເສບຕິດເຮັດໃຫ້ບັນດາປະເທສະມາຊິກອາຊຽນປອດຢາເສບຕິດ ໃນຕໍ່ໜ້າ.
     ກອງປະຊຸມໄອປາ ມີຈຸດປະ ສົງຍົກສູງພາລະບົດບາດຂອງ ສປປ ລາວ ກໍຄືສະພາແຫ່ງຊາດລາວໃຫ້ສູງເດັ່ນຂຶ້ນໃນເ ວທີພາກພື້ນ ແລະ ສາກົນ, ສ້າງໂອກາດ ອັນດີໃນການເຜີຍແຜ່ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານ ກໍຄືຜົນສຳເລັດໃນ ການສ້າງສາພັດທະນາປະເທດ ຊາດໃນລະບອບໃໝ່, ລວມທັງ ວັດທະນະທຳອັນດີງາມຂອງສັງຄົມລາວ ແລະ ຄວາມອຸດົມຮັ່ງມີ ຂອງປະເທດລາວ.

No comments:

Post a Comment