“ທ່ານ ສະໝານ ອະເນກາ ຜູ້ຈັດການຂອງບໍລິສັດລ້ານຊ້າງມີເນໂຣນສ໌ລິມິເຕັດ ບໍ່ຄຳ-ທອງເຊໂປນມອບ ເຊັກເງິນຄ່າພາຊີຊັບພະຍາກອນແຮ່ທາດຂອງບໍ່ຄຳ- ທອງເຊໂປນສຳລັບໄຕມາດທີສອງຈຳນວນ
6,4 ລ້ານໂດລາໃຫ້ແກ່ທ່ານ ນາງກະ ເສີມສີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງຊັບສິນກະຊວງການເງິນອັນເຮັດໃຫ້ເງິນ ຄ່າພາສີລວມດັ່ງກ່າວຂອງ
ບໍລິສັດ ມອບໃຫ້ລັດຖະບານລາວໃນຫົກເດືອນທຳ ອິດຂອງປີ 2014 ສູງເຖິງ 13,5 ລ້ານໂດລາ. ລັດຖະບານ
ຖືຮຸ້ນສິບສ່ວນຮ້ອຍຂອງ ບໍລິສັດ LXML Sepon ແລະ ໄດ້ ຮັບລາຍຮັບໂດຍກົງຫຼາຍກວ່າ 1,2 ຕື້ໂດ
ລາເຊິ່ງລວມມີອາກອນ, ພາສີຊັບພະຍາກອນ ແຮ່ທາດ ແລະ ເງິນປັນຜົນນັບຕັ້ງແຕ່ ບໍ່ຄຳ-ທອງເຊໂປນ
ໄດ້ເລີ່ມຕົ້ນຂຸດຄົ້ນ ແລະ ຜະລິດແຮ່ທາດໃນປີ 2003 ເປັນຕົ້ນມາ”.
ກຳໄລລວມທັງໝົດຂອງບໍລິສັດ MMG Limited ສຳລັບ ເຄິ່ງປີທຳອິດທີ່ສິ້ນສຸດໃນວັນທີ
30 ມິຖຸນາ 2014 ແມ່ນ 47,7 ລ້ານໂດລາ, ເພີ່ມຂຶ້ນ 33 % ເມື່ອ ທຽບໃສ່ໄລຍະດຽວກັນຂອງປີ
2013.ລາຍຮັບຈຳນວນ 1.193,7 ລ້ານໂດລາ ເພີ່ມຂຶ້ນ 1% ເມື່ອ ທຽບໃສ່ໄລຍະດຽວກັນຂອງປີ 2013ໂດຍລາຄາສະເລ່ຍຂອງແຮ່ສັງກະສີ
ແລະ ແຮ່ທອງຂອງຕະຫລາດ ແລກປ່ຽນໂລຫະລອນ ດອນແມ່ນສູງກວ່າ 6% ແລະ ຕ່ຳ ກວ່າ 8% ຕາມລຳດັບ.
ທ່ານ ແອນດຣິວ ມິແຊນມໍ໌ ຜູ້ບໍລິຫານໃຫຍ່ຂອງ
MMG ກ່າວວ່າ: ຜົນໄດ້ຮັບໃນເຄິ່ງປີ ທຳອິດຂອງພວກເຮົາສະແດງ ໃຫ້ເຫັນຢ່າງຊັດເຈນເຖິງຄວາມມຸ້ງໝັ້ນໃນການສ້າງຜົນຕອບ
ແທນໃຫ້ໄດ້ຫລາຍທີ່ສຸດໃຫ້ແກ່ຜູ້ຖືຮຸ້ນໂດຍຜ່ານການປະຕິບັດ ງານທີ່ປອດໄພ, ມີປະສິດທິພາບ ແລະ
ປະສິດທິຜົນຂອງລາຍຈ່າຍ ໃນການບໍລິຫານທຸລະກິດຂອງ ພວກເຮົາ, ທ່ານກ່າວວ່າ: ຄ່າໃຊ້ ຈ່າຍໃນການດຳເນີນງານຂອງ
ພວກເຮົາໄດ້ຫລຸດລົງຢ່າງຫຼວງຫລາຍໃນຈຳນວນ 9% ເມື່ອ ທຽມໃສ່ເຄິ່ງທຳອິດຂອງປີ ຜ່ານມາ.
MMG Limited ເປັນເຈົ້າຂອງ ແລະ ດຳເນີນການຂຸດຄົ້ນ
ແຮ່ທາດຢູ່ບໍ່ແຮ່ເຊັນຈູຣີ, ບໍ່ແຮ່ ໂກເດິນ ໂກຣບ ແລະ ບໍ່ແຮ່ໂຣສ໌ ເບີຣີ ທີ່ປະເທດອົດສະຕຣາລີ
ແລະ ບໍ່ແຮ່ຄີນສະເວຍແຣ ທີ່ສາ ທາລະນະລັດ ປະຊາທິດປະໄຕ ຄອງໂກ.
ໂດຍການຮ່ວມມືກັບລັດຖະ ບານແຫ່ງ ສປປ ລາວ, ບໍລິສັດ
ຍັງເປັນເຈົ້າຂອງ ແລະ ດຳເນີນ ງານໃນບໍລິສັດ LXML ບໍ່ຄຳ- ທອງເຊໂປນ, ຊຶ່ງຜົນຜະລິດ ທອງຂອງບໍ່ຄຳ-ທອງເຊໂປນ
ມີ ຄວາມເຂັ້ມແຂງ ໂດຍຜະລິດ ແຜ່ນທອງໄດ້ 42,748 ໂຕນ ແຕ່ ລາຄາຕ່ຳກວ່າ 1% ເມືອງທຽບ ໃສ່ເຄິ່ງທຳອິດຂອງປີຜ່ານມາ.
No comments:
Post a Comment