Ad

Ad

17 February 2015

ຄວນ​ເບິ່ງ​ຄືນ​ຜູ້​ຂັບ​ລົດ​ຕຸກໆຈຳນວນໜຶ່ງ​ເວົ້າ​ຈາບໍ່ສຸພາບ



            ປັດຈຸບັນລົດຕຸກໆຈຳໂບ້ເປັນພາຫານະທາງເລືອກໜຶ່ງທີ່ຄົນທົ່ວໄປນິຍົມໃຊ້ບໍລິການໄປມາຫາສູ່ກັນຕາມສະ ຖານທີ່ຕ່າງໆ ແລະ ເພື່ອການທ່ອງທ່ຽວ, ​​ໂດຍສະເພາະແມ່ນແຂກຕ່າງປະເທດທີ່ເຂົ້າມາທ່ອງທ່ຽວໃນນະຄອນຫຼວງວຽງຈັນ ແມ່ນຈະໃຊ້ບໍລິການໄປຕາມຈຸດຕ່າງໆ ເປັນຈຳນວນບໍ່ໜ້ອຍ, ​ເຊິ່ງໃນນີ້ ກໍມີຜູ້ຂັບລົດຕຸກໆຈຳນວນຫຼາຍໄດ້ເອົາໃຈໃສ່ບໍລິການແກ່ລູກຄ້າຂອງຕົນດ້ວຍຄວາມສັດຊື່ຕໍ່ຜູ້ໃຊ້ບໍລິການນັ້ນ. ແຕ່​​ຂະນະດຽວກັນນັບວ່າເປັນໜ້າເສຍດາຍຜູ້ຂັບລົດຕຸກໆຈຳນວນໜຶ່ງມີໜ້າຕາດີ ແຕ່ຂາດມາລະຍາດໃນການເວົ້າຈາ ເປັນຕົ້ນແມ່ນການເວົ້າຕໍ່ລູກຄ້າຍັງບໍ່ສຸພາບ ແລະ ເອົາປຽບຄ່າໂດຍສານຈາກລູກຄ້າກໍຄືນັກທ່ອງທ່ຽວ ທີ່ໃຊ້ບໍລິ ການ ສ້າງຄວາມເຊື່ອມເສຍແກ່ພາບລັກຂອງປະເທດກໍຄືສິ່ງບໍ່ດີຕໍ່ການທ່ອງທ່ຽວຂອງລາວ.
ຕໍ່ບັນຫາດັ່ງກ່າວນັກຂ່າວພວກເຮົາໄດ້ສອບຖາມທ່ານຫົວໜ້າສະມາຄົມລົດໂດຍສານຕຸກໆຢູ່ນະຄອນຫຼວງວຽງຈັນ ເຊິ່ງທ່ານ ຍອມຮັບວ່າທາງສະມາຄົມເຄີຍໄດ້ຮັບການສ່ອງແສງຈາກສັງຄົມກ່ຽວກັບການປະພຶດອັນບໍ່ດີຂອງຜູ້ຂັບລົດຕຸກໆທີ່
ໃຫ້ບໍລິການຕໍ່ຄົນໂດຍສານເປັນຕົ້ນ ການເວົ້າຈາກັບລູກຄ້າບໍ່ສຸພາບ, ການສວຍໂອກາດຮຽກເກັບຄ່າບໍລິການໂດຍສານນຳນັກ ທ່ອງ ທ່ຽວເກີນຂອບເຂດ ແລະ ການພານັກທ່ອງທ່ຽວຂັບຂີ່ໄປໄກເພື່ອຫວັງເອົາຄ່າບໍລິການສູງ ເຊິ່ງນັບ ວ່າເປັນພາບລັກອັນ ບໍ່ດີຕໍ່ປະເທດ ແລະ ສ້າງຄວາມເຊື່ອມເສຍໃຫ້ແກ່ຜູ້ທີ່ມີອາຊີບຂັບລົດຕຸກໆ ທີ່ຫາ ກິນດ້ວຍຄວາມບໍລິສຸດ ເຊິ່ງທີ່ຜ່ານມາ ຕໍ່ບັນຫານີ້ທາງສະມາຄົມບໍ່ທັນໄດ້ມີການສຶກສາອົບຮົມ​​ເລື່ອງມາລະຍາດແຕ່ຢ່າງໃດໃຫ້ແກ່ຜູ້ຂັບລົດຕຸກໆ ​. ແຕ່ເຖິງຢ່າງໃດກໍຕາມ ເມື່ອເກີດມີສຽງວິຈານ ຈາກສັງຄົມຫຼາຍຈະສະເໜີພາກລັດໃຫ້ຖື​​ສຳຄັນ ການກຳນົດເງື່ອນໄຂລະບຽບຫຼັກ ການຂອງຜູ້ຂັບຂີ່ລົດໂດຍສານທຸກປະເພດໃຫ້ມີການປະພຶດທີ່ດີ, ມີຄຸນສົມບັດປະຕິວັດ, ກິລິຍາມາລະຍາດອ່ອນຫວານໃນການຕ້ອນຮັບ ບໍລິການຂົນສົ່ງນັກທ່ອງທ່ຽວໄປມາໃຫ້ມີຄວາມສະດວກສະບາຍ ດີກ່ວາ ເກົ່າສ້າງຄວາມຮັກໄຂ່ໄມຕີຈິດຕໍ່ຜູ້ໂດຍສານທຸກຄົນທີ່ເຂົ້າຮັບບໍລິການ ດ້ວຍຄວາມໂປ່ໃສຊື່ສັດບໍລິສຸດສາມາດສ້າງແຮງຈູງໃຈໃຫ້ກັບນັກທ່ອງທ່ຽວຊາວຕ່າງປະເທດເຂົ້າມາທ່ຽວຊົມປະເທດ ລາວໃຫ້ນັບມື້ຫຼາຍຂຶ້ນ.

No comments:

Post a Comment