Ad

Ad

17 February 2015

ວຽກແຮງງານແລະສະຫວັດດີການສັງຄົມຍັງມີຫຼາຍຈຸດທີ່ຈະຕ້ອງໄດ້ແກ້ໄຂ



ກະຊວງແຮງງານແລະສະຫວັດດີການສັງຄົມໃຫ້ຮູ້ວ່າ: ​ໃນໄລຍະໜຶ່ງປີຜ່ານມາການຈັດຕັ້ງປະຕິບັດວຽກງານໃນຂະ​​ແໜງການຕົນ​​ແມ່ນເຮັດໄດ້ດີພໍສົມຄວນແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນ: ໂຕເລກການພັດທະ ນາສີມືແຮງງານເພື່ອສະໜອງໃຫ້ຫົວໜ່ວຍທຸລະກິດ, ການຜະລິດແລະໂຄງການລົງ ທຶນຕ່າງໆແມ່ນມີຄວາມ ພະຍາຍາມສູງ; ການຈັດຫາວຽກເຮັດງານທຳໃຫ້ແຮງງານລາວຢູ່ພາຍໃນແລະ ສົ່ງໄປອອກແຮງງານຢູ່ຕ່າງ ປະເທດກໍໄດ້ຫັນໄປສູ່ດ້ານລະບຽບຫຼັກການ, ສະນັ້ນຜູ້ອອກແຮງງານນັບທັງພາຍໃນແລະຢູ່ຕ່າງ ປະເທດ, ລ້ວນແຕ່ໄດ້ຮັບການປົກປ້ອງສິດແລະ ຜົນປະໂຫຍດຕາມລະ ບຽບກົດໝາຍແລະ ມີຄວາມສະຫງົບ; ຜູ້ປະກັນຕົນແລະ ຜູ້ຢູ່ໃຕ້ການດູແລໄດ້ຮັບການປົກປ້ອງຢ່າງຕໍ່ເນື່ອງ ; ຂໍ້ມູນຕົວເລກພະນັກ ງານປະຕິວັດອາວຸໂສມີຄວາມຮັດກຸມກວ່າເກົ່າແລະ ການປະຕິບັດນະໂຍ ບາຍຕໍ່ຜູ້ມີຜົນງານແລະ ຄຸນງາມ ຄວາມດີຕໍ່ປະເທດຊາດໄດ້ຮັບການຕອບສະ ໜອງດ້ານງົບປະມານ
ຕາມຄວາມສາມາດຕົວຈິງ; ວຽກງານສັງ ຄົມສົງເຄາະສືບຕໍ່ໄດ້ຮັບການສະໜັບສະ ໜູນ,ໂດຍສະເພາະຜູ້ປະສົບໄພທຳມະຊາດແລະ ຜູ້ດ້ອຍໂອກາດທາງສັງຄົມ​,ເຖິງຢ່າງໃດກໍຕາມຄຽງຄູ່ກັນນັ້ນວຽກງານ​​​ແຮງງານແລະສະຫວັດດີການກໍຍັງມີ​​ຈຸດອ່ອນທີ່ຈະຕ້ອງ
ໄດ້ປັບປຸງແກ້ໄຂເປັນຕົ້ນ​ການຈັດຕັ້ງປະຕິບັດບັນດາໂຕເລກຄາດໝາຍດ້ານການພັດທະນາສີມືແຮງງານຍັງບໍ່ທັນໄດ້ຕາມແຜນການທີ່ວາງໄວ້; ການສ້າງມາດຕະຖານສີມືແຮງງານແລະ ການເຮັດທົດສອບສີມືແຮງງານໃນຂະແໜງການຕ່າງໆມີຄວາມຄືບໜ້າຊ້າ; ການສະ ໜອງກຳລັງແຮງງານໃຫ້ຫົວໜ່ວຍແຮງງານຕ່າງໆຍັງບໍ່ທັນໄປຕາມຄວາມຕ້ອງການຂອງຕະຫລາດແຮງງານ; ການໂຄສະນາເຜີຍແຜ່ລະບຽບການແລະ ການກວດກາແຮງງານຕາມຫົວໜ່ວຍແຮງງານຕ່າງໆຍັງເຮັດໄດ້ໜ້ອຍ; ການແກ້ໄຂແຮງງານຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຍັງບໍ່ມີຄວາມຄືບໜ້າເທົ່າທີ່ຄວນ; ການສະໜອງງົບປະມານເຂົ້າກອງທຶນປະກັນສັງ ຄົມເພື່ອປະຕິບັດນະໂຍບາຍຕາມ 8 ອຸດໜູນໂດຍສະເພາະການເບີກຈ່າຍເງິນເດືອນພະນັກງານບຳ ນານແລະເງິນອຸດໜູນເສຍອົງຄະປະເພດຕ່າງໆຍັງຊັກຊ້າ. ພ້ອມກັນນີ້ ບໍລິສັດຈຳນ ວນໜຶ່ງບໍ່ໃຫ້ການຮ່ວມມືໃນການເຂົ້າເປັນສະມາຊິກຂອງອົງການປະກັນສັງຄົມພາກວິສາຫະກິດ; ການສະ ໜອງງົບປະມານໃຫ້ແກ່ການປະຕິບັດນະໂຍບາຍ 343/ນຍແລະໂຄງການລົງທຶນຕ່າງໆບໍ່ຄ່ອງຕົວເຮັດໃຫ້ການປະຕິບັດຄາດໝາຍສູ້ຊົນດ້ານຕ່າງໆຊັກຊ້າ; ​ເອກະສານຂໍຖອນເງິນໄດ້ຮັບການອະນຸມັດແລ້ວແຕ່ຂອດຊຳລະສະສາງບໍ່ສາມາດຕອບສະໜອງໄດ້ຕາມແຜນເຮັດໃຫ້ການເຄື່ອນໄຫວວຽກງານພົບກັບຄວາມຫຍຸ້ງຍາກ ລວມທັງງົບປະມານສະ ໜັບສະໜູນການປະຕິບັດວຽກງານ 3 ສ້າງຍັງຈຳກັດຫລາຍ.         

No comments:

Post a Comment