ພິທີວາງສີລາລືກໂຄງການກໍ່ສ້າງສຳນັກງານສູນກາງພັກປະຊາຊົນປະຕິວັດລາວ ໂດຍແມ່ນ ສປ ຈີນເປັນຜູ້ຊ່ວຍເຫຼືອກໍ່ສ້າງໄດ້ມີຂຶ້ນໃນວັນທີ
13 ກຸມພານີ້, ໂດຍມີທ່ານຄຳພັນ
ພົມມະທັດ ເລຂາຄະນະພັກ ຫົວໜ້າຫ້ອງວ່າ ການສູນກາງພັກປະຊາຊົນປະຕິວັດລາວ, ທ່ານດຣ ຄຳສຸກ ໄຊຍະສອນ
ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າ ການສູນກາງພັກຫົວໜ້າຄະນະຮັບຜິດຊອບໂຄງການກໍ່ສ້າງ, ທ່ານຖົງຕ້າວສື ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຄ້າຈີນ, ທ່ານກ່ວນຮວາປິ່ນ ເອກອັກຄະລັດຖະທູດຈີນປະຈຳລາວເຂົ້າຮ່ວມພິທີ.
ທ່ານດຣ ຄຳສຸກ ໄຊຍະສອນ ໄດ້ຕາງໜ້າຝ່າຍລາວກ່າວຄຳເຫັນສະແດງຄວາມຂອບອົກຂອບໃຈ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫຼືອໄປຍັງສູນກາງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວຢ່າງຈິງໃຈ.
ທ່ານຖົງຕ້າວສື ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຄ້າຈີນໄດ້ກ່າວວ່າ ໂຄງການກໍ່ສ້າງອາຄານສຳນັກ ງານສູນກາງພັກປະຊາຊົນປະຕິວັດລາວເປັນໂຄງການສຳຄັນທີ່
ສປ ຈີນ ຊ່ວຍເຫຼືອກໍ່ສ້າງນອກຈາກໂຄງການສູນປະຊຸມສາກົນ (ຫໍປະຊຸມແຫ່ງຊາດ), ເປັນໝາກຜົນແຫ່ງການຮ່ວມມືຂອງສອງພັກ ແລະ ລັດຖະບານຈີນ-ລາວໃນຍຸກສະໄໝໃໝ່, ຝ່າຍຈີນຍິນດີເພີ່ມທະວີມິດຕະພາບ ແລະ ການຮ່ວມມືລະຫວ່າງສອງພັກ ແລະ ລັດຖະບານຈີນ-ລາວຕື່ມອີກ, ໃຫ້ການຊ່ວຍເຫຼືອຕາມຄວາມສາມາດຂອງຕົນແກ່ພາລະກິດສັງຄົມນິຍົມ
ແລະ
ການພັດທະນາດ້ານເສດຖະກິດ-ສັງຄົມຂອງລາວນອກຈາກນີ້.
ໂດຍຕອບສະໜອງຄວາມຮຽກຮ້ອງຈາກສູນກາງພັກປະຊາຊົນປະຕິວັດລາວ, ສູນກາງພັກກອມມູນິດຈີນເຫັນດີຊ່ວຍເຫຼືອກໍ່ສ້າງໂຄງການອາຄານເຮັດວຽກຂອງສຳນັກງານສູນກາງພັກປະຊາຊົນປະຕິວັດລາວ, ເຊິ່ງໂຄງການນີ້ໄດ້ກວມເນື້ອທີ່ 22.000 ຕາແມັດ, ນອກຈາກມີຫ້ອງເຮັດວຽກປະເພດຕ່າງໆແລ້ວຍັງສ້າງໃຫ້ມີຫ້ອງປະຊຸມທີ່ ສາມາດບັນຈຸໄດ້ພັນຄົນ ແລະ ສະຖານທີ່ປະຊຸມຫຼາຍແຫ່ງອີກດ້ວຍ, ພາຍຫຼັງໂຄງການດັ່ງກ່າວນີ້ສ້າງສຳເລັດແລ້ວ ຈະສາມາດປັບປຸງເງື່ອນໄຂການເຮັດວຽກຂອງສູນກາງພັກປະຊາຊົນປະຕິວັດລາວໃຫ້ດີຂຶ້ນຢ່າງຫຼວງຫຼາຍ.
No comments:
Post a Comment