ມະຫະກຳບຸນຊ້າງແຂວງໄຊຍະບູລີ
ປະຈຳປີ 2015
ທີ9 ໄດ້ໄຂຂຶ້ນຢ່າງເປັນທາງການ
ດ້ວຍບັນຍາ ກາດອັນຟົດຟື້ນມ່ວນຊື່ນໃນວັນທີ 14 ກຸມພາຜ່ານມາ
ຢູ່ສະໜາມຫລວງແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສິງ ທຳມະວົງ
ນາຍົກລັດຖະມົນຕີ
ບັນດາລັດຖະມົນຕີພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີ ແຂວງໃກ້ຄຽງ
ແລະ ນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ໃຫ້ຮູ້ວ່າ: ງານມະຫະກຳບຸນຊ້າງເປັນກິດຈະກຳປາງບຸນໃຫຍ່ທີ່ຈັດຂຶ້ນເພື່ອຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວຂອງແຂວງໄຊຍະບູລີ
ກໍຄື ສປປ ລາວ ໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງຂອງນັກທ່ອງທ່ຽວທັງພາຍໃນ
ແລະ ຕ່າງປະເທດ,
ສຳລັບບຸນຊ້າງປະຈຳປີ ນີ້ໄດ້ມີຫລາຍກິດຈະກຳ, ຫລາກຫລາຍຮູບແບບ ແລະ ສີສັນຕ່າງໆທີ່ງົດງາມເຊັ່ນ: ຂະບວນແຫ່ຂອງຊ້າງຈຳນວນ 66 ໂຕ, ການປະກວດຊ້າງງາມ, ການສະແດງຊ້າງຄຳຮູ້, ຊົມຊ້າງອາບນ້ຳ, ຊ້າງເຕະບານ, ຊ້າງແກ່ວງບ້ວງ, ຊ້າງເຕັ້ນລຳ, ຊ້າງມອບຊໍ່ດອກໄມ້, ພິທີບາສີສູ່ຂວັນຊ້າງ, ຂີ່ຊ້າງຊົມເມືອງ ແລະ ອື່ນໆ, ນອກນີ້ຍັງມີກິດຈະກຳການສະແດງໂດດຈ້ອງ, ກ້ອນຂະບວນແຫ່ຕ່າງໆຈາກ 11 ຕົວເມືອງ
ພາຍໃນແຂວງທີ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອທາງດ້ານການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່
ເປັນເອກະລັກຂອງທ້ອງຖິ່ນ, ພ້ອມນີ້ແຕ່ລະຄືນຍັງມີການສະແດງສິລະປະວັນນະຄະດີຈາກແຕ່ລະເມືອງພາຍໃນແຂວງ,ຈາກກອງສິລະປະກອນແຂວງໄຊຍະບູລີ, ການສະແດງຄອນເສີດ ແລະ ການປະກວດນາງສາວບຸນຊ້າງ, ກິດຈະກຳປະກວດອາຫານພື້ນບ້ານ ແລະ ເປີດຕະຫລາດ ນັດວາງສະແດງສິນຄ້າລວມທັງໝົດ
100 ຮ້ານທີ່ມາຈາກຕ່າງແຂວງ ແລະ 11 ເມືອງພາຍໃນແຂວງໄຊຍະບູລີ, ບັນດາບໍລິສັດ, ຫ້າງຮ້ານທັງພາຍໃນ
ແລະ ຕ່າງປະເທດ ເຊິ່ງປະເພດສິນຄ້າຫລັກແມ່ນເຄື່ອງຫັດຖະກຳ ແລະ
ສິນຄ້າທີ່ເປັນເອກະລັກຂອງບັນດາເມືອງ.
ທ່ານ ຮອງເຈົ້າແຂວງໄຊຍະບູລີໃຫ້ຮູ້ວ່າ: ການຈັດເທສະການບຸນຊ້າງປີນີ້ເປັນຄັ້ງທີ
9 ໂດຍໄລຍະຜ່ານມາແມ່ນຜັດປ່ຽນກັນເປັນເຈົ້າພາບໃນ 3 ເມືອງໃນປີ 2007 ໄດ້ຈັດງານບຸນຊ້າງຄັ້ງທຳອິດຢູ່ບ້ານວຽງແກ້ວ
ເມືອງຫົງສາ;
ປີ 2008 ຢູ່ເມືອງປາກລາຍ
ແລະ ປີ 2009
ຢູ່ເທສະບານແຂວງໄຊຍະບູລີ ແລະ ເລີ່ມແຕ່ປີ 2012
ເປັນຕົ້ນມາແຂວງໄດ້ຍົກລະດັບບຸນຊ້າງຂຶ້ນເປັນເທສະການທ່ອງທ່ຽວລະດັບແຂວງ ແລະ
ກຳນົດເອົາສະຖານທີ່ສະໜາມຫລວງແຫ່ງນີ້ເປັນບ່ອນຈັດງານມະຫາກຳບຸນຊ້າງເປັນປົກກະຕິໃນແຕ່ລະປີເພື່ອສືບຕໍ່ເສີມຂະຫຍາຍຮິດຄອງປະເພນີທີ່ເປັນເອກະລັກໃນວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ບູຮານນະການ
ແລະ ເພື່ອໃຫ້ຄົນຮັບຮູ້ກ່ຽວກັບຊ້າງຫລາຍຂຶ້ນເພາະຊ້າງເປັນສັດໃຫຍ່, ເປັນສັດຄຳຮູ້, ຟັງຄຳສັ່ງຂອງຜູ້ເປັນເຈົ້າຂອງເປັນຢ່າງດີ, ທຸກຄົນຄວນຮູ້ອະນຸລັກຮັກສາຊ້າງໃຫ້ຍືນຍົງຄົງຕົວຢູ່ຕະຫລອດໄປ.
No comments:
Post a Comment