ພິທີປູກຕົ້ນດອກຊາກຸຣະ ທີ່ເມືອງວຽງໄຊ ແຂວງຫົວພັນ ໄດ້ມີຂຶ້ນເມື່ອວັນທີ 12 ກຸມພານີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ ພັນຄໍາ ພິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ດຣ ຄໍາຮຸ່ງ ເຮືອງວົງສີ ເຈົ້າແຂວງ ແຂວງຫົວພັນ, ທ່ານ ພັນດວງໃຈ ວົງສາ ປະທານແນວລາວສ້າງຊາດ, ທ່ານ ທະເກໂອະ ຄາວະມຸຣະ ປະທານສະມາຄົມມິດ ຕະພາບລາວ-ຍີ່ປຸ່ນ, ທ່ານ ຮິໂຣະຢູກິ ຄິຊິໂນະ ເອກອັກຄະຣະຊະທູດຍີ່ປຸ່ນປະຈໍາລາວ, ຕາງໜ້າຈາກສະມາຄົມມິດຕະພາບ ໄຊຕະມະ-ລາວ ແລະ ອົງການຊ່ວຍເຫຼືອ ຄົນພິການ ADDP ພ້ອມດ້ວຍພະນັກງານ ແລະ ປະຊາຊົນແຂວງຫົວພັນເຂົາຮ່ວມເປັນຈໍານວນຫຼາຍ.
ທ່ານເອກອັກຄະຣະຊະທູດຍີ່ປຸ່ນປະຈໍາລາວ ກ່າວວ່າ: ອົງການກ່ຽວຂ້ອງທັງສອງຝ່າຍລາວ ແລະ ຍີ່ປຸ່ນ ທີ່ໄດ້ທຸ້ມເທຄວາມພະຍາຍາມ ເພື່ອເຮັດໃຫ້ໂຄງການນີ້ເກີດຂຶ້ນຢ່າງເປັນຮູບປະທໍາ, ໂຄງການນີ້ແມ່ນໝາກຜົນຄວາມກະຕືລືລົ້ນ ແລະ ຄວາມພະຍາຍາມທີ່ບໍ່ທໍ້ຖອຍຂອງທຸກຄົນທີ່ເປັນຈິດໜຶ່ງໃຈດຽວກັນ; ຂ້າພະເຈົ້າຫວັງວ່າ ຕົ້ນຊາກຸຣະທີ່ປູກຢູ່ເມືອງວຽງໄຊນີ້ ຈະຢັ່ງຮາກເລິກ, ເຕີບໃຫຍ່ຂຶ້ນຢ່າງແຂງແຮງ ແລະ ອອກດອກສວຍງາມເບັ່ງບານໃນອະນາຄົດ ແລະ ກາຍເປັນສັນຍາລັກ
ມິດຕະພາບຂອງປະຊາຊົນສອງຊາດ ລາວ-ຍີ່ປຸ່ນ. ໂຄງການປູກຊາກຸຣະນີ້ ແມ່ນມີຈຸດລິເລີ່ມຈາກການສົນທະນາກັນ ລະຫວ່າງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນັກການເມືອງອາວຸໂສ ຂອງຍີ່ປຸ່ນ ໃນໄລຍະທີ່ ທ່ານ ທອງສິງ ເດີນທາງຢ້ຽມຢາມປະເທດຍີ່ປຸ່ນ ໃນເດືອນມີ ນາ 2012 ຫຼັງຈາກນັ້ນກໍມີການກະກຽມໂຄງການປູກຊາກຸຣະ ເພື່ອສະເຫຼີມສະຫຼອງໂອກາດຄົບຮອບ 60 ປີ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງລາວ-ຍີ່ປຸ່ນ. ໃນການບໍາລຸງຮັກສາຕົ້ນຊາກຸຣະແມ່ນຈໍາເປັນຕ້ອງໃຊ້ຜູ້ຊ່ຽວຊານ ທັກສະ ແລະ ປະສົບການ ເຊິ່ງໄດ້ຮັບການແນະນໍາໂດຍຊາວສວນຍີ່ປຸ່ນ ຈາກ ອຸເອະໂອໂຕະ (Ueoto) ຫຼັງຈາກໄດ້ຮັບຜົນສໍາເລັດໃນການປູກທົດລອງໃນໄລຍະປີ 2013-2014 ເບ້ຍຕົ້ນຊາກຸຣະ ເກືອບ 300 ຕົ້ນ ໄດ້ຖືກປູກຢູ່ສວນອານຸສອນສະຖານໄກສອນ ພົມວິຫານ ໃນເມືອງ ວຽງໄຊ, ເຊິ່ງເບ້ຍຕົ້ນຊາກຸຣະແມ່ນໄດ້ຮັບບໍລິຈາກໂດຍສະມາຄົມມິດຕະພາບໄຊຕະມະ-ລາວ, ອົງການຊ່ວຍເຫຼືອຄົນພິການ ADDP , ນະຄອນກຽວໂຕ ແລະ ອົງການຕ່າງໆຂອງຍີ່ປຸ່ນ. ສະຖານທີ່ດັ່ງກ່າວຈະຖືກພັດທະນາເປັນສວນຕົ້າຊາກຸຣະທີ່ມີຄວາມວຍງາມໃນອະນາຄົດ.
No comments:
Post a Comment