ງານວາງສະແດງກິດຈະກໍາຂອງສະຖານການສຶກສາພາກເອກະຊົນ
ຄັ້ງທີ 1 ໃນຂອບເຂດທົ່ວປະເທດໄດ້ຈັດຂຶ້ນທີສະໜາມກິລາຮົ່ມບຶງຂະຫຍອງນະຄອນ ຫຼວງວຽງຈັນ ໃນວັນທີ 14 ກຸມພານີ້,
ໂດຍການເຂົ້າຮ່ວມຂອງທ່ານ ດຣ ກອງສີ ແສງມະນີ
ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ດຣ ສົມເພັດ ຮັຕນະສິມ
ປະທານສະມາຄົມສະຖານການສຶກສາພາກເອກະຊົນ ແລະ ຄູ-ອາຈານ ພ້ອມນັກຮຽນ-ນັກສຶກສາ ເຂົ້າຮ່ວມເປັນຈໍານວນຫຼາຍ.
ທ່ານ ປະທານສະມາຄົມ ສະຖານການສຶກສາພາກເອກະຊົນ ໃຫ້ຮູ້ວ່າ:
ການຈັດງານໃນຄັ້ງນີ້ ກໍເພື່ອຄໍານັບຮັບຕ້ອນ ສອງວັນປະຫວັດສາດທີ່ສໍາຄັນຂອງຊາດກໍຄື:
ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ, ວັນສະຖາປະນາ ສປປ ລາວ ຄົບ ຮອບ 40 ປີ ແລະ
ເພື່ອສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII
ຂອງອົງຄະນະພັກກະຊວງ
ສຶກສາທິການ ແລະ ກິລາ. ທັງເປັນການເຕົ້າໂຮມຄວາມສາມັກຄີຂອງບັນດານັກຮຽນ-ນັກສຶກສາອີກດ້ວຍ. ງານວາງສະແດງດັ່ງກ່າວໄດ້ນໍາເອົາຜົນງານຕ່າງໆຂອງນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ
ເຂົ້າມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນບົນທິດໃນການແຂ່ງຂັນກັນສອນດີ, ຮຽນເກັ່ງ, ສ້າງໂຮງຮຽນໃຫ້ເປັນສີ ຂຽວ ແລະ ປອດຢາເສບຕິດ.
ທ່ານ ໃຫ້ຮູ້ອີກວ່າ:
ການສຶກສາເປັນວຽກງານໜຶ່ງທີ່ສໍາຄັນໃນການກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມ ຮູ້ຄວາມ ສາມາດພຽບພ້ອມໄປດ້ວຍຄຸນສົມບັດສຶກສາ,
ປັນຍາສຶກສາ, ພາລະສຶກສາ, ສິລະປະສຶກສາ ແລະ
ແຮງງານສຶກສາໂດຍຕິດ ພັນກັບລັກສະນະຊາດ, ວິທະຍາສາດທັນສະໄໝ ແລະ
ລັກສະນະມະຫາຊົນ. ສະມາຄົມການສຶກສາພາກເອກະຊົນ
ກໍແມ່ນ ອົງການຈັດຕັ້ງໜຶ່ງທີ່ມີໜ້າທີ່ເປັນເສນາທິການໃນການເຄື່ອນໄຫວຊ່ວຍກະຊວງສຶກສາທິການ
ແລະ ກິລາກ່ຽວກັບການປະ ສານງານການສຶກສາເອກະຊົນທີ່ໄດ້ຮັບການສ້າງຕັ້ງຂຶ້ນເມື່ອເດືອນກໍລະ ກົດ 2001 ຜ່ານມາ
ມີສໍານັກງານໃຫຍ່ຕັ້ງຢູ່ນະຄອນ ຫຼວງວຽງຈັນ.
No comments:
Post a Comment