Ad

Ad

16 February 2015

ສ ເກົາຫຼີໃຫ້ເງິນກູ້ແກ່ລາວ ໃນໂຄງການຊົນລະກະເສດຮອບດ້ານ



ພິທີລົງນາມສັນຍາເງິນກູ້ເພື່ອຈັດຕັ້ງປະຕິບັດໂຄງການຊົນລະກະ ເສດຮອບດ້ານ ແລະ ພັດທະນາ ຊົນນະບົດຢູ່ແຂວງສະຫວັນນະເຂດ ມີມູນຄ່າ 46 ລ້ານໂດລາສະຫະລັດ ລະຫວ່າງ ທ່ານ ດຣ ລ່ຽນ ທິແກ້ວ ລັດຖະມົນຕີວ່າການກະຊວງການເງິນ ແລະ ທ່ານ ດັກ ຮຸ້ນ ລີ ປະທານທະ ນາຄານຂາອອກ-ຂາເຂົ້າ ແລະ ກອງທຶນເພື່ອການຮ່ວມມື ແລະ ພັດທະນາ ເສດຖະກິດ .ເກົາຫລີ (EDCF), ໂດຍມີ ທ່ານ ຄີມ ຊູກວນ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ .ເກົາຫລີ ປະຈຳລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
          ກອງທຶນເພື່ອການຮ່ວມມື ແລະ ພັດທະນາເສດຖະກິດ .ເກົາຫລີ (EDCF) ໄດ້ສະໜອງ ເງິນກູ້ດອກເບ້ຍຕ່ຳໃຫ້ ສປປ ລາວ ມາແຕ່ປີ 2005 ລວມມູນຄ່າທັງໝົດ 161 ລ້ານໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການຈັດ ຕັ້ງປະຕິບັດ 9 ໂຄງການ ເຊິ່ງໄດ້ປະຕິບັດສຳເລັດ 7 ໂຄງການ ແລະ ຍັງ 2 ໂຄງການທີ່ກຳລັງຈັດຕັ້ງປະຕິບັດ. 

          ສຳລັບການຮ່ວມມື ລະຫວ່າງ ສປປ ລາວ ກັບ EDCF ໄລຍະດັ່ງກ່າວຈະສະໜອງເງິນກູ້ດອກເບ້ຍຕ່ຳ ມູນຄ່າ 200 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດບັນດາໂຄງການທີ່ມີຜົນຕອບແທນດ້ານເສດຖະກິດ ແລະ ປະກອບສ່ວນໃຫ້ການ ພັດທະນາເສດຖະກິດສັງຄົມ, ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ. ໂຄງການຊົນລະກະເສດຮອບດ້ານ ແລະ ພັດທະນາ ຊົນນະບົດ ຢູ່ແຂວງສະຫວັນນະເຂດ ຖືວ່າເປັນໂຄງການທຳອິດຂອງແຜນການຮ່ວມມື ໄລຍະ 2014-2017 ເຊິ່ງມີຈຸດປະສົງ ເພື່ອສະໜັບສະໜູນການພັດທະນາເສດຖະກິດສັງຄົມ ແລະ ປັບປຸງ ຊີວິດການເປັນຢູ່ຂອງຊາວກະສິກອນ ຢູ່ເມືອງຈຳພອນ ແລະ ເມືອງສອງຄອນ ແຂວງສະຫວັນນະເຂດ ໃຫ້ນັບມື້ນັບດີຂຶ້ນ, ດ້ວຍການກໍ່ສ້າງ ແລະ ປັບປຸງລະບົບຊົນລະປະທານ ທີ່ມີໃນປະຈຸບັນ ແລະ ນຳໃຊ້ເຄື່ຶອງຈັກເຂົ້າໃນການຜະ ລິດ. ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນຈະໝູນໃຊ້ບົດຮຽນ ການພັດທະນາຊົນນະບົດຂອງ .ເກົາຫລີ  ໂດຍສະເພາະແມ່ນສ້າງຄວາມຮູ້, ຄວາມສາມາດໃຫ້ນາຍບ້ານ, ຊຸມຊົນ ແລະ ກະສິກອນ, ການສ້າງກອງທຶນພັດທະ ນາຊຸມຊົນ ແລະ ສະໜອງເຄື່ອງຈັກຮັບໃຊ້ການຜະລິດກະສິກຳ, ການສ້າງສູນສົ່ງເສີມ ແລະ ຄຸ້ມຄອງບໍລິຫານວຽກງານການພັດທະນາໝູ່ບ້ານ ແລະ ການສ້າງໂຮງສີເຂົ້າແບບຄົບວົງຈອນນຳອີກ.

No comments:

Post a Comment