Ad

Ad

16 February 2015

ລາວໂທລະຄົມມະນາຄົມດໍາເນີນກອງປະຊຸມປະ​ຈໍາປີ​ຂອງ​ຕົນ



ວັນທີ 13 ກຸມພານີ້, ລາວໂທລະຄົມມະນາຄົມ ໄດ້ຈັດກອງປະຊຸມປະຈໍາປີຂອງຕົນເພື່ອທົບທວນການເຄື່ອນ ໄຫວວຽກງານຂອງຕົນໃນໜຶ່ງປີຜ່ານມາແລະ ວາງແຜນດໍາເນີນງານໃນປີ 2015 ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຂອງທ່ານ ທອງໃສ ຊານໄຊຍະ ອໍານວຍການໃຫຍ່ ລັດວິສາຫະກິດດັ່ງກ່າວ, ​ເຊິ່ງມີ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານໃຫ້ກຽດເຂົ້າຮ່ວມນໍາດ້ວຍ.
          ໃນພິທີດັ່ງກ່າວ ທ່ານ ທອງໃສ ຊານໄຊຍະ ໄດ້ຂຶ້ນຜ່ານບົດສະຫລຸບຜົນງານການເຄື່ອນໄຫວວຽກງານຂອງຕົນວ່າ: ​ໃນໜຶ່ງປີຜ່ານມາ ລາວໂທລະຄົມໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມຂອງຕົນລວມມີ ມູນຄ່າ 34,8 ລ້ານໂດລາສະຫະລັດ, ໃນນັ້ນມີລະບົບໂທລະສັບມືຖື 26,97 ລ້ານ ໂດລາສະຫະລັດ, ລະບົບສາຍສົ່ງ 4,05 ລ້ານ ໂດລາສະ ຫະລັດ, ໂທລະສັບຕັ້ງໂຕະ 230.000ໂດລາສະຫະລັດ. ອິນເຕີເນັດ ແລະ ອື່ນໆ 3,62 ລ້ານໂດລາສະຫະລັດ ແລະ ໄດ້ຂະ
ຫຍາຍປ່ອງບໍລິການລູກຄ້າເພີ່ມໃໝ່ 23 ແຫ່ງ ໃນຂອບເຂດທົ່ວປະເທດ, ເປີດບໍລິການໂທລະສັບລະຫວ່າງປະເທດ ເພີ່ມຂຶ້ນ ເປັນ 104 ບໍລິສັດ, ຂະຫຍາຍການເຊື່ອມຕໍ່ອອກຕ່າງປະເທດສໍາລັບ  IP Bandwidth ຈາກ 5,3 GB ເປັນ 10,43 GB, ພິເສດແມ່ນໄດ້ເປີດນໍາໃຊ້ລະບົບຄວບຄຸມການບໍລິການດ້ານເຕັກນິກລວມສູນ ຫຼື ເອີ້ນວ່າ ລະ ບົບ  NOC ເພື່ອຕິດຕາມການ ປະຕິບັດງານຂອງລະບົບເຕັກນິກ ແລະ ຮອງຮັບການແກ້ໄຂຄໍາສະເໜີຕ່າງໆຂອງລູກຄ້າໃຫ້ທັນການ, ຄຽງຄູ່ກັນນັ້ນກໍໄດ້ປະ ຕິບັດກິດຈະກໍາຕ່າງໆເພື່ອຄືນກໍາໄລໃຫ້ລູກຄ້າຕົກເປັນມູນຄ່າ 33,64 ຕື້ກີບ. ເຊິ່ງທັງໝົດນີ້ ມັນໄດ້ກາຍເປັນປັດໃຈສໍາຄັນເພື່ອຂະຫຍາຍລູກຄ້າໃຫ້ນັບມື້ກວ້າງຂວາງຄື: ປັດຈຸບັນລາວໂທລະຄົມມີລູກຄ້າໃຊ້ໂທລະສັບມືຖືທັງໝົດ 1,4  ລ້ານກວ່າ ໝາຍເລກ, ຕັ້ງໂຕະ 45 ພັນກວ່າໜ່ວຍ, ວິນໂຟນ 288 ພັນກວ່າໝາຍເລກ ແລະ ອິເຕີເນັດ 245 ພັນຄົນ.
ທ່ານ ອໍານວຍການໃຫຍ່ໃຫ້ຮູ້ອີກວ່າ: ​ໃນປີ 2014 ຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດຫຼາຍກວ່າ 1.346 ຕື້ກີບ, ​ເທົ່າກັບ 104,3% ຂອງແຜນການ, ປະຕິບັດພັນທະໃຫ້ລັດຖະບານໄດ້ 368 ກວ່າ ຕື້ກີບ, ກວມອັດຕາສ່ວນ 32,3% ທຽບໃສ່ປີ 2013 ​ເພີ່ມຂຶ້ນ 23,4%. ນອກນັ້ນຍັງໄດ້ເຮັດວຽກງານນະໂຍບາຍສະຫວັດດີການສັງຄົມອື່ນໆເພື່ອແນໃສ່ຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆຄຽງຄູ່ກັບການປະ ກອບສ່ນຊ່ວຍເຫຼືອອົງການຈັດຕັ້ງພັກ-ລັດແລະ ສັງຄົມ.
ສໍາລັບແຜນການປີ 2015 ນີ້ແມ່ນຈະສູ້ຊົນສ້າງລາຍຮັບໃຫ້ໄດ້ທັງໝົດ 1.400 ຕື້ກີບ ທຽບກັບປີ 2014 10,4% ​ແລະ ຄາດວ່າຈະມອບພັນທະໃຫ້ລັດຖະບານໄດ້ຢ່າງໜ້ອຍ 357 ກວ່າ ຕື້ກີບ. ພ້ອມນີ້ກໍຈະສຶບຕໍ່ປັບປຸງ​ ​ແລະ ຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມໃຫ້ຮັບປະກັນນັບທາງດ້ານປະລິມານແລະ ຄຸນນະພາ, ມີຄວາມປອດໄພ, ​ເປັນລະບົບທີ່ທັນສະໄໝແລະ ຈະສ້າງສູນບໍລິການລູກຄ້າຕື່ມອີກ 25 ​ແຫ່ງແລະ ສູ້ຊົນຂະຫຍາຍຖານລູກຄ້າໃໝ່ໃນທຸກລະບົບ​​ໃຫ້ໄດ້ 2 ​ແສນກວ່າເລກໝາຍ. 

No comments:

Post a Comment