ວັນທີ 12 ກຸມພານີ້, ສະມາຄົມວິຈິດສິນລາວ
ເປີດງານວາງສະແດງຮູບຖ່າຍ ແລະ ຮູບແຕ້ມຂຶ້ນທີ່ເຮືອນວັດທະນະທຳນາໄຊ
ນະຄອນຫຼວງວຽງຈັນ.
ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນສະໝອນ ແກ້ວມຸງຄຸນ
ກຳ ມະການຄະນະບໍລິຫານງານສະມາຄົມວິຈິດສິນລາວ, ທ່ານ ພິຊະນຸ
ຈັນວິທັນ ເອກອັກຄະຣາຊະທູດຣາຊະອານາຈັກໄທ ປະຈຳລາວ, ພັນລະຍາທ່ານ ທູດສະຫະລັດອາເມລິກາ, ອິນໂດເນເຊຍ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ , ເຊິ່ງງານສະແດງຮູບພາບດັ່ງກ່າວຈະດຳເນີນໄປຮອດວັນທີ
12 ມີນາ ທີ່ຈະມາເຖິງ.
ທ່ານເອກອັກຄະຣາຊະທູດຣາຊະອານາຈັກໄທ
ປະຈຳລາວໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້
ກໍເພື່ອສ້າງສາຍສຳພັນ ລາວ-ໄທ
ໃຫ້ແໜ້ນແຟ້ນຫຍິ່ງຂຶ້ນ ແລະ
ຊຸກຍູ້ການທ່ອງທ່ຽວຂອງປະເທດລາວອີກດ້ວຍ, ຮູບພາບທີ່ນຳມາສະແດງແມ່ນມີທັງຮູບຖ່າຍ ແລະ
ຮູບແຕ້ມຈາກນັກແຕ້ມທັງລາວ ແລະ ໄທ ທີ່ບົ່ງບອກເຖິງເອກະລັກວັດທະ ນະທຳ ແລະ
ຮີດຄອງປະເພນີ,
ວິຖີການດຳລົງຊີວິດຂອງປະຊາຊົນລາວທີ່ຕິດພັນກັບທຳມະຊາດຄື: ຮູບສີນ້ຳມັນຂອງ ທ່ານ ໄມ ຈັນດາວົງ, ທ່ານ ກົງພັດ
ຫຼວງລາດ
ເຊິ່ງເປັນນັກສິນລະປິນດີເດັ່ນຂອງລາວ, ພາບສີນ້ຳຂອງທ່ານ
ຫົງສາ ໂຄດສຸວັນ, ສີນ້ຳມຶກ ຂອງທ່ານ
ຂົມສະຫວັດ ອະໄພຍະວົງ, ສີນ້ຳມັນ ຂອງ ທ່ານ
ນາງ ສົມບູນ ພວງດອກໄມ້ ສິລະປິນຈາກຣາຊອານາຈັກໄທ
ຈຳນວນຮູບທີ່ນຳມາສະແດງມື້ນີ້ມີທັງໝົດ 100 ກ່ວາແຜ່ນ. ພ້ອມກັນນັ້ນ
ກໍມີການວາງສະແດງແພມັດໝີ່ອິນໂດເນເຊຍ ທີ່ຫາຍາກຂອງທ່ານ ທູດອິນໂດເນເຊຍ
ປະຈຳລາວ ຈຳນວນຫຼສຍກວ່າ 30 ຜືນໃຫ້ບັນດາແຂກໄດ້ຮັບຊົມອີກດ້ວຍ.
No comments:
Post a Comment