ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ),
ໄດ້ຈັດກອງປະຊຸມປຶກສາຫາລືຄັ້ງທຳອິດກ່ຽວກັບສະກັດກັ້ນ ແລະ ຕ້ານການຟອກເງິນຂຶ້ນໃນວັນທີ 1 ກຸມພານີ້,
ທະນາຄານແຫ່ງ ສປປ ລາວ, ໂດຍການເປັນປະທານຂອງທ່ານດຣ.
ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະ ມົນຕີ,
ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດມະຫາພາກ ແລະບໍລິການ,
ປະທານ ຄຕຟງ ທ່ານດຣ. ສົມພາວ ໄຟສິດຜູ້ວ່າການທະນາຄານແຫ່ງ ສປປ ລາວ ຮອງປະ ທານ ຄຕຟງ, ມີບັນດາລັດຖະມົນຕີພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ ເພື່ອຮັບຟັງກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ພິຈາລະນາຮັບຮອງເອົາພາລະບົດບາດຂອງໜ່ວຍງານຂໍ້ມູນຕ້ານການຟອກເງິນ
ແລະ ແຜນການເຄື່ອນໄຫວປະຈຳປີ
2015. ວຽກງານດັ່ງກ່າວເປັນບັນຫາໜຶ່ງທີ່ບັນດາປະເທດເປັນສະມາຊິກຂອງສະຫະປະຊາຊາດໃຫ້ຄວາມເອົາໃຈໃສ່ທີ່ສຸດສະເພາະ ສປປ ລາວ ກໍຖືເອົາວຽກງານດັ່ງກ່າວເປັນສຳຄັນເຊັ່ນກັນ ເຊິ່ງໄດ້ເຂົ້າເປັນສະມາຊິກຂອງກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ ແລະ ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
Asia Pacific Group on Money Laundering APG ປີ 2007
ໂດຍລັດຖະບານໄດ້ສ້າງຕັ້ງໜ່ວຍງານຂໍ້ມູນຕ້ານການຟອກເງິນໃນປີ 2007
ແລະ ມີນິຕິກຳຈຳນວນໜຶ່ງເປັນຕົ້ນ: ມາດຕາ
64 ການຟອກເງິນຂອງກົດໝາຍອາຍາສະບັບປີ
2005 ແລະ ດຳລັດວ່າດ້ວຍການຕ້ານການຟອກເງິນ ເລກທີ
55/ນຍປີ 2006. ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາເຫັນວ່າລັດຖະບານ
ໄດ້ມີຄວາມພະຍາຍາມສູງໃນການຈັດຕັ້ງປະຕິບັດບັນດາຂໍ້ແນະນຳຕ່າງໆຂອງອົງການຕ້ານການຟອກເງິນສາກົນ, ປະຕິບັດດຳລັດວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສະບັບເລກທີ
012/ປປທລົງວັນທີ4/2/2015
ຂອງປະທານປະເທດແຫ່ງ ສປປ ລາວ ແລະ ມະຕິຕົກລົງຂອງສະພາແຫ່ງຊາດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສະບັບເລກທີ
0/ສພຊ ລົງວັນທີ 21 ກໍລະກົດ
2014 ໄດ້ເປັນຢ່າງດີ.
No comments:
Post a Comment