ວັນທີ
12 ກຸມພານີ້ ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ທ່ານ ສະຫວັນຄອນ ຣາຊະມົນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວວັດຖະນະທຳ
ແລະ ທ່ອງທ່ຽວ , ຮອງປະ ທານສະມາຄົມນັກຂ່າວ ໄດ້ຖະແຫຼງຂ່າວກ່ຽວກັບການຈັດກອງປະຊຸມໃຫຍ່ຂອງສະມາຄົມນັກຂ່າວ
ແຫ່ງ ສປປ ລາວ ຄັ້ງທີ IX ທີ່ຈະມີຂຶ້ນໃນວັນທີ 17 ກຸມພາ ຢູ່ຫ້ອງປະຊຸມຂອງວິທະຍຸກະ
ຈາຍສຽງແຫ່ງຊາດລາວ.
ທ່ານ ຮອງປະທານສະມາຄົມນັກຂ່າວແຫ່ງ
ສປປ ລາວ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນໃນທ່າມກາງທົ່ວພັກ, ທົ່ວກອງທັບ ແລະ
ປະຊາຊົນພວມອອກແຮງແຂ່ງຂັນສ້າງຜົນງານເພື່ອຄຳນັບຮັບຕ້ອນສອງວັນປະຫວັດສາດທີ່ສຳຄັນຂອງຊາດຄື:
ວັນສ້າງຕັ້ງພັກປະຊາ ຊົນປະ ຕິວັດລາວ ຄົບ ຮອບ 60 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ
40 ປີ.
ເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານສະ
ມາຄົມນັກຂ່າວແຫ່ງ ສປປ ລາວ, ທີ່ຍົກໃຫ້ເຫັນດ້ານດີ ແລະ ດ້ານຕັ້ງໜ້າ, ການເຄື່ອນໄຫວປະຕິບັດງານຂອງຄະນະບໍລິຫານງານສະມາຄົມນັກຂ່າວລາວ
ສະໄໝທີ VIII ຜ່ານມາ, ທີ່ໄດ້ພະຍາຍາມເຮັດໃຫ້ສັງຄົມໄດ້ຮັບຮູ້,
ເຂົ້າໃຈ ຫຼາຍຂຶ້ນຕໍ່ກັບບົດບາດຂອງສື່ມວນຊົນ ແລະ ທີ່ຕັ້ງຂອງສະມາຄົມນັກຂ່າວເຊິ່ງເປັນອົງການຈັດຕັ້ງການເມືອງ-ສັງຄົມ
ແລະ ວິຊາຊິບໜຶ່ງຂອງລະບົບການເມືອງ, ມີໜ້າທ່ີໃນ
ການພັດທະນາສື່ມວນຊົນລາວໃຫ້ໄປຕາມທິດມະຫາຊົນກ້າວໜ້າ
ແລະ ທັນສະໄໝ. ພ້ອມນັ້ນ, ກໍຊອກໃຫ້ເຫັນຈຸດອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂຄື:
ທາງດ້ານຄວາມອາດສາມາດຂອງກຳລັງນັກຮົບສື່ມວນຊົນ, ຄຸນສົມບັດທັດສະນະ ຕ່າງໆ ເພື່ອເຮັດແນວໃດໃຫ້ນັກຂ່າວມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ,
ສູ້ຊົນເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ, ໃນນັ້ນຕ້ອງ
ເພີ່ມທະວີປັບປຸງເນື້ອໃນຂອງສື່ໃຫ້ມີຄຸນນະພາບສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ດີໃຫ້ສົມກັບເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ.
ກອງປະຊຸມໃຫຍ່ສະມາຄົມນັກຂ່າວຄັ້ງນີ້,
ຈະໄດ້ປຶກສາຫາລື ແລະ ເປັນເອກະພາບກັນວາງແຜນການດຳເນີນງານຂອງສະມາຄົມໃນ
5 ປີຕໍ່ໜ້າ (2015-2020) ແລະ ຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ໂດຍອິງຕາມລະບຽບ
ການຂອງສະມາຄົມ, ການຕົກລົງເຫັນດີຂອງກະຊວງພາຍໃນທີ່ໄດ້ກຳນົດເອົາຜູ້ຕາງໜ້າສື່ມວນຊົນຈາກຂະແໜງການຕ່າງໆບັນຈຸເຂົ້າໃນຄະນະບໍລິຫານງານຂອງສະມາຄົມນັກຂ່າວ
ສະໄໝທີ IX ທັງໝົດນີ້ເພື່ອແນໃສ່ຮັບປະກັນໃຫ້ການເຄື່ອນໄຫວຈັດຕັ້ງວຽກງານຂອງສະມາຄົມນັກຂ່າວມີປະສິດທິຜົນສູງ.
No comments:
Post a Comment